ທ່ານປະທານສະພາແຫ່ງຊາດ ເຈິ່ນແມັງເໝີ້ນ ສະເໜີໃຫ້ສອງຝ່າຍ ຍົກລະດັບການເຊື່ອມຕໍ່ໂຄງລ່າງຍຸດທະສາດ ໂດຍສະເພາະແມ່ນຮ່ວມມືດ້ານລົດໄຟ.
ານ ເຈິ່ນແມັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໃນການພົບປະກັບທ່ານ ຫຼີແຈງ ກຳມະການປະຈຳກົມການເມືອງ, ນາຍົກລັດຖະມົນຕີ ສປ.ຈີນ. (ພາບ: VNA)
ໃນຂອງເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ-ຈີນ, ຕອນບ່າຍວັນທີ 12 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານ ເຈິ່ນແມັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານ ຫຼີແຈງ ກຳມະການປະຈຳກົມການເມືອງ, ນາຍົກລັດຖະມົນຕີ ສປ.ຈີນ.
ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແມັງເໝີ້ນ ສະເໜີໃຫ້ສອງຝ່າຍ ຍົກລະດັບການເຊື່ອມຕໍ່ໂຄງລ່າງຍຸດທະສາດ ໂດຍສະເພາະແມ່ນຮ່ວມມືທາງລົດໄຟ. ເລີ່ມລົງມືກໍ່ສ້າງ ແລະ ສຳເລັດບັນດາເສັ້ນທາງລົດໄຟເຊື່ອມຕໍ່ສອງປະເທດໂດຍໄວ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນແລກປ່ຽນລະຫວ່າງ ປຊຊ ສອງປະເທດ. ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດ, ສິນຄ້າຂອງ ຫວຽດນາມ ສົ່ງໄປຍັງ ຈີນ, ຍູ້ແຮງການຮ່ວມມືດ່ານຊາຍແດນ. ພ້ອມກັນນັ້ນ ຍູ້ແຮງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມີລະດັບສູງ…
ສ່ວນທ່ານນາຍົກລັດຖະມົນຕີ ຫຼີແຈງ ໄດ້ຕີລາຄາສູງບັນດາຂໍ້ສະເໜີຮ່ວມມືຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແມັງເໝີ້ນ, ທ່ານສະເໜີໃຫ້ສອງຝ່າຍ ຍູ້ໄວການກໍ່ສ້າງບັນດາເສັ້ນທາງລົດໄຟບັນລຸມາດຖານ, ເຊື່ອມຕໍ່ກັບຍຸດທະສາດການພັດທະນາເຂດຂອງ ຈີນ, ເພີ່ມທະວີການເຊື່ອມຕໍ່ທາງນ້ຳ, ທາງບົກ, ສ້າງດ່ານຊາຍແດນອັດສະລີຍະ, ເຂດຮ່ວມມືຜ່ານຊາຍແດນ ແລະ ການຮ່ວມມືທາງດ້ານໄຟຟ້າລະຫວ່າງສອງປະເທດ.
(ແຫຼ່ງຄັດຈາກ VOV)