• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່

ພາຍຫຼັງພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ ໝີດິ່ງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV, ໄດ້ເປັນປະທານການຖະແຫຼງຂ່າວສາກົນ. ໂດຍມີນັກຂ່າວ, ຜູ້ຕາງໜ້າອົງການສື່ມວນຊົນພາຍໃນ ແລະ ຕ່າງປະເທດ ກວ່າ 700 ຄົນເຂົ້າຮ່ວມ.

ເມື່ອກ່າວຄຳເຫັນຊົມເຊີຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນຂີດໝາຍສຳຄັນໃນປະຫວັດສາດຂອງພັກກອມມູນິດ ຫວຽດນາມ ແລະ ມູນເຊື້ອຂອງຊາດ ຫວຽດນາມ ວິລະຊົນແຫ່ງອະລິຍະທຳນັບພັນປີ.

ບັນຍາກາດການຖະແຫຼງຂ່າວ (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ບັນດາຈຸດໃໝ່ຂອງກອງປະຊຸມໃຫຍ່ລ້ວນແຕ່ອີງໃສ່ການສືບທອດ, ສະຫຼຸບບັນດາບົດຮຽນໃນປະຫວັດສາດແຫ່ງການສ້າງສາ, ປັກປັກຮັກສາປະເທດຊາດ ແລະ ເກືອບ 100 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, ການສືບຕໍ່ຂອງວິວັດທະນາການປ່ຽນແປງໃໝ່ ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມ ແລະ ປະຕິບັດ. ທ່ານກ່າວວ່າ:

        “ຄຳຮຽກຮ້ອງພັດທະນາໃໝ່ຮຽກຮ້ອງໃຫ້ມີຈິນຕະນາການໃໝ່, ວິທີເຮັດໃໝ່. ພາລະກິດປ່ຽນແປງໃໝ່ຂອງພັກຕ້ອງເຮັດຢ່າງຕໍ່ເນື່ອງ. ກອງປະຊຸມໃຫຍ່ຄັ້ງທີ XIV ຈັດຂຶ້ນໃນສະພາບການປະຫວັດສາດສຳຄັນ, ຮຽກຮ້ອງໃຫ້ມີວິໄສທັດໃໝ່, ບໍ່ພຽງແຕ່ໃນສະໄໝນີ້ເທົ່ານັ້ນ ຫາກຍັງບືນຕົວຂຶ້ນວິໄສທັດຮອດປີ 2045 ອີກດ້ວຍ. ພ້ອມດຽວກັນນັ້ນ ຮອດປີ 2031, ເມື່ອສິ້ນສຸດສະໄໝກອງປະຊຸມໃຫຍ່ ຄັ້ງທີ XIV ຕ້ອງສະຫຼຸບໂຄງການການເມືອງເພື່ອຄົ້ນຄວ້າສ້າງໂຄງການການເມືອງໃໝ່ ແນໃສ່ສອດຄ່ອງກັບສະພາບການໃໝ່. ຄວາມຕ້ອງການພັດທະນາຂອງ ຫວຽດນາມ ໃນໄລຍະນີ້ແມ່ນຕ້ອງໄວ, ມີປະສິດທິຜົນ, ຕັ້ງໜ້າ, ສະນັ້ນ ຕ້ອງສ້າງຮູບແບບພັດທະນາໃຫ້ເໝາະສົມ.”

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການຖະແຫຼງຂ່າວ (ພາບ: VGP)

ກ່ຽວກັບການພົວພັນຕ່າງປະເທດ, ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຍົກລະດັບບົດບາດຂອງການພົວພັນຕ່າງປະເທດຂຶ້ນລະດັບສຳຄັນໃໝ່, ທຽບເທົ່າກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

“ພວກຂ້າພະເຈົ້າກຳນົດວ່າ ໃນສະພາບການປັດຈຸບັນ, ບັນດາປະເທດເຖິງວ່າໃຫຍ່ ຫຼື ນ້ອຍ ລ້ວນແຕ່ມີຄວາມຮັບຜິດຊອບລວມຕໍ່ກັບບັນຫາທົ່ວໂລກ, ຂ້າມຊາຍແດນເຊັ່ນ: ໄພພິບັດທຳມະຊາດ, ໂລກລະບາດ, ຄວາມປອດໄພທາງເຊີເບີ, ສົງຄາມ… ບໍ່ມີປະເທດໃດ, ເຖິງວ່າເປັນປະເທດຮຸ່ງເຮືອງເຂັ້ມແຂງແນວໃດ ກໍບໍ່ສາມາດແກ້ໄຂບັນດາບັນຫາໃຫຍ່ເຫຼົ່ານັ້ນ ດ້ວຍຕົນເອງໄດ້, ຫາກຕ້ອງມີການຮ່ວມແຮງຮ່ວມໃຈຂອງສາກົນ ຈຶ່ງສາມາດແກ້ໄຂໄດ້. ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາກົນໄກຫຼາຍຝ່າຍ; ສ້າງສັນຕິພາບສາກົນ, ຊ່ວຍເຫຼືອມະນຸດສະທຳ, ຮັກສາສັນຕິພາບ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນການເປັນກາງ ແລະ ເປັນຂົວຕໍ່ເພື່ອສ້າງສັນຕິພາບ”.

ນັກຂ່າວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການຖະແຫຼງຂ່າວ (ພາບ: daihoidangtoanquoc.vn)

(ແຫຼ່່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top