ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ
ທີ່ກອງປະຊຸມສຳມະນາ ອາຊຽນ - ອັງກິດ (ພາບ: ກະຊວງການຕ່າງປະເທດ)
ຕອນບ່າຍວັນທີ 10 ມິຖຸນາ, ຢູ່ ຮ່າໂນ້ຍ, ດ້ວຍບົດບາດເປັນປະທານປະສານງານການພົວພັນ ອາຊຽນ - ນິວຊີແລນ ແລະ ອາຊຽນ - ລາຊະອານາຈັກ ອັງກິດ ໄລຍະ 2024 – 2027, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດເວທີປາໄສ ອາຊຽນ - ນິວຊີແລນ ກ່ຽວກັບການຮ່ວມມືເຂດອະນຸພາກພື້ນ ແລະ ກອງປະຊຸມສຳມະນາ ອາຊຽນ - ອັງກິດ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືສົນທະນາເຈລະຈາ (2021 – 2026).
ທີ່ເວທີປາໄສ ອາຊຽນ - ນິວຊີແລນ ກ່ຽວກັບການຮ່ວມມືເຂດອະນຸພາກພື້ນ, ບັນດາຜູ້ແທນໄດ້ເຫັນດີຕໍ່ຂໍ້ສະເໜີແນະຫຼາຍເນື້ອໃນການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງທີ່ສັບຊ້ອນຄວບຄູ່ເຂົ້າວິວັດການຜັນຂະຫຍາຍແຜນການກະທຳ ອາຊຽນ - ນິວຊີແລນ 2026 – 2030; ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ, ຫາກຍັງແມ່ນພາກສ່ວນສຳຄັນເພື່ອຮັບປະກັນຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນລວມ ແລະ ການພັດທະນາກວມລວມຂອງທັງປະຊາຄົມ ອາຊຽນ ອີກດ້ວຍ.
ທີ່ກອງປະຊຸມສຳມະນາ ອາຊຽນ - ອັງກິດ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືສົນທະນາເຈລະຈາ, ບັນດາຜູ້ແທນໄດ້ແລກປ່ຽນຄວາມຫວັງ, ແງ່ມູມສັງເກດ ແລະ ຂໍ້ສະເໜີແນະກ່ຽວກັບແງ່ຫວັງຍຸດທະສາດຂອງການພົວພັນ ອາຊຽນ - ອັງກິດ, ໃນນັ້ນມີການເພີ່ມທະວີການໂອ້ລົມສົນທະນາຍຸດທະສາດ, ເປີດກວ້າງການຮ່ວມມື, ຄົ້ນຄວ້າບັນດາກົນໄກຮ່ວມມືຢ່າງມີໄຫວພິບ ແລະ ມີປະສິດທິຜົນກວ່າ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)