ທີ່ການທາບທາມຄວາມເຫັນດ້ານການເມືອງ, ທ່ານຮອງລັດຖະມົນຕີ ເລແອັງຕວັນ ສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ເຮັດໃຫ້ບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າຫຼາກຫຼາຍຂຶ້ນຕື່ມ
ໃນຂອບເຂດການໄປປະຕິບັດງານຢູ່ພາກພື້ນ ອາຟະລິກາ ຕາເວັນຕົກ, ແຕ່ວັນທີ 02 – 03 ກໍລະກົດ, ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ Ghana ແລະ ພ້ອມກັບທ່ານ James Gyakye Quayson, ຮອງລັດຖະມົນຕີການຕ່າງປະເທດ Ghana ເປັນປະທານກອງປະຊຸມຄັ້ງທີ 2 ລະຫວ່າງ 2 ກະຊວງການຕ່າງປະເທດ.
ທີ່ການທາບທາມຄວາມເຫັນດ້ານການເມືອງ, ທ່ານຮອງລັດຖະມົນຕີ ເລແອັງຕວັນ ສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ເຮັດໃຫ້ບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າຫຼາກຫຼາຍຂຶ້ນຕື່ມ, ສ້າງຕັ້ງກົນໄກແລກປ່ຽນຂໍ້ມູນຕະຫຼາດ, ນະໂຍບາຍ, ໂອກາດຮ່ວມມືໃນຫຼາຍຂົງເຂດ.
ຮອງລັດຖະມົນຕີ 2 ທ່ານກໍ່ເຫັນດີເປັນເອກພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, logistics… ໂດຍຕາງໜ້າໃຫ້ລັດຖະບານ 2 ປະເທດ, ຮອງລັດຖະມົນຕີ 2 ທ່ານໄດ້ລົງນາມສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນທາງການທູດ, ທາງລັດຖະການ.
(ແຫຼ່ງຄັດຈາກ VOV)