• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ...
  ການເຮັດວຽກລະຫວ່າງສອງຝ່າຍ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ແລະ ຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກແຕ່ວັນທີ 21-22 ມີນາ.

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນ, ທາບທາມຄວາມເຫັນຂັ້ນສູງ ແລະ ບັນດາກົນໄກສອງຝ່າຍ; ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ; ສືບຕໍ່ເສີມຂະຫຍາຍທ່າເຕີບໂຕການຄ້າ, ການລົງທຶນສອງຝ່າຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊື່ອມຕໍ່ຄົມມະນາຄົມ, ການທ່ອງທ່ຽວ, ກະສິກຳ - ປ່າໄມ້ - ການປະມົງ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ແຮງງານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ດີກ່ວາອີກ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ເຫັນດີເປັນເອກະພາບ ຊຸກຍູ້ວຽກງານປັກຫຼັກໝາຍຊາຍແດນ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີເປັນເອກະພາບ ຢັ້ງຢືນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ຄວາມສະຫງົບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມເສລີ ແລະ ຄວາມປອດໄພການເດີນເຮືອ, ການບິນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top