ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ບົດບາດໃຈກາງທີ່ບໍ່ສາມາດປ່ຽນແທນຂອງສະຫະປະຊາຊາດ
ວັນທີ 09 ມິຖຸນາ, ທ່ານ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າຂັ້ນສູງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບບັນດາບັນຫາຫຼຸດຜ່ອນກຳລັງອາວຸດ ເນື່ອງໃນໂອກາດທ່ານນາງເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 3, ຈັດຂຶ້ນແຕ່ວັນທີ 09-10 ມິຖຸນາ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ບົດບາດໃຈກາງທີ່ບໍ່ສາມາດປ່ຽນແທນຂອງສະຫະປະຊາຊາດ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບສະຫະປະຊາຊາດ ແລະ ບັນດາປະເທດໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ... ທ່ານສະເໜີໃຫ້ສະຫະປະຊາຊາດ ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບເລື່ອງໃຫ້ຄຳປຶກສານະໂຍບາຍ, ພູມປັນຍາ, ເຕັກໂນໂລຊີ ແລະ ແຫຼ່ງກຳລັງ; ທ່ານກໍ່ສະເໜີໃຫ້ 2 ຝ່າຍສ້າງຂອບການຮ່ວມມືຍຸດທະສາດ ຫວຽດນາມ - ສະຫະປະຊາຊາດ ໄລຍະ 2027 – 2031 ໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ທ່ານສະເໜີໃຫ້ສະປະຊາຊາດ ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງກ່ຽວກັບການຫຼຸດຜ່ອນກຳລັງອາວຸດ, ພິເສດແມ່ນຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ເຕັກໂນໂລຊີຫາກໍ່ພົ້ນເດັນ.
ສ່ວນທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ນາງ Izumi Nakamitsu,, ເນັ້ນໜັກວ່າ ຫວຽດນາມ ແມ່ນແບບຢ່າງດີໃນການຮ່ວມມືກັບສະຫະປະຊາຊາດ, ພ້ອມກັນນັ້ນ ຢືນຢັນກຸ່ມບັນດາອົງການສະຫະປະຊາຊາດປະຈຳ ຫວຽດນາມ (UNCT) ສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາ ກໍຄືບັນດາຄຳໝັ້ນສັນຍາສາກົນໃນໄລຍະຈະມາເຖິງ; ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສົ່ງເສີມ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືບຳລຸງສ້າງກ່ຽວກັບການຫຼຸດຜ່ອນກຳລັງອາວຸດ.
(ແຫຼ່ງຄັດຈາກ VOV)