ເຖິງວ່າບັນດາທະນາຄານຂອງ ຫວຽດນາມ ມີທຶນສະສົມບໍ່ຫຼາຍ ແຕ່ຄາດວ່າໄລຍະຫ່າງນີ້ຈະຄ່ອຍໆໄດ້ຮັດແຄບເຂົ້າໃນ 2 – 3 ປີຈະມາເຖິງ.
ຫວ່າງມໍ່ໆມານີ້, ໜັງສືພິມ Jakarta Post ຂອງ ອິນໂດເນເຊຍ ຕີລາຄາວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ດຶງດູດໃຫ້ແກ່ການລົງທຶນສູນປັນຍາປະດິດ (AI), ແກ່ງແຍ້ງຢ່າງແຮງກັບ ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຟີລິບປິນ ໃນການແຂ່ງຂັນດຶງດູດພື້ນຖານໂຄງລ່າງ AI ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ໜັງສືພິມໃຫ້ຂໍ້ສັງເກດວ່າ ອາຊີຕາເວັນອອກສ່ຽງໃຕ້ ພວມເຫັນປະຈັກຕາການເພີ່ມຂຶ້ນຢ່າງແຮງຂອງບັນດາສູນຂໍ້ມູນ ຍ້ອນຄວາມຕ້ອງການດ້ານ AI ເພີ່ມຂຶ້ນຢ່າງແຮງ ແລະ ບັນດາບໍລິສັດໃຫຍ່ເຕັກໂນໂລຊີໃຫຍ່ພວມລົງທຶນນັບຕື້ USD ກໍ່ສ້າງພື້ນໂຄງລ່າງໃໝ່ຮັບໃຊ້ AI. ກໍ່ຕາມໜັງສືພິມນີ້, ເຖິງວ່າບັນດາທະນາຄານຂອງ ຫວຽດນາມ ມີທຶນສະສົມບໍ່ຫຼາຍ ແຕ່ຄາດວ່າໄລຍະຫ່າງນີ້ຈະຄ່ອຍໆໄດ້ຮັດແຄບເຂົ້າໃນ 2 – 3 ປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)