• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອັງກິດ: ເປີດກວ້າງການຮ່ວມມືໃນຂົງເຂດການເຕີບໂຕສີຂຽວ

ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Iain Frew ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ.
  ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ຫວຽດນາມ ແລະ ອັງກິດ ຄວນຮັກສາການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດທີ່ເປັນມູນເຊື້ອ, ຄື: ການຄ້າ - ການລົງທຶນ, ການສຶກສາບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ເຊິ່ງ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບບຸລິມະສິດການພັດທະນາຂອງ ຫວຽດນາມ, ຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນຂໍ້ສະເໜີຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການຕ້ອນຮັບທ່ານ Iain Frew, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ  ແລະ ອຽກລັງເໜືອປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານການຕ່າງປະເທດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Iain Frew ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ຈັດການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງກິດ (1973 – 2023).

ສ່ວນທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ, ດ້ວຍນະໂຍບາຍມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ລາຊະອານາຈັກ ອັງກິດ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນໃນຫຼາຍຂົງເຂດ, ໃນນັ້ນມີການຫັນປ່ຽນພະລັງງານສີຂຽວແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top