• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຫວຽດນາມ: ສ້າງແຮງບັນດານໃຈ

ທຳມະຊາດທ່ີສວຍງາມ ແລະ ຜູ້ຄົນທີ່ຮັກແຂກແພງຄົນ ໄດ້ ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ ນາງ Monica Gonzalez Galvez, ນັກຈິດຕະກອນ ທີ່ມາຈາກປະເທດ ແອັດ ສະປາຍ ປະດິດແຕ່ງຊຸດປະມວນຮູບແຕ້ມ: “ຫວຽດນາມ: ສ້າງ ແຮງບັນດານໃຈ”. ຂ່າວພາບ ຫວຽດນາມ ຂໍແນະນຳບົດຂຽນ ຂອງນັກແຕ້ມຄົນນີ້ ກ່ຽວກັບ ຂະບວນການທ່ອງທ່ຽວທີ່ເຕັມ ໄປດ້ວຍສີສັນຂອງນາງຢູ່ ຫວຽດນາມ.
ຂ້າພະເຈົ້າໄດ້ກຳເນີດ ແລະ ໃຫຍ່ຢູ່ນະຄອນ Malaga, ປະເທດ ແອັດສະປາຍ. ຂ້າພະເຈົ້າເປັນຄົນຂີ້ຢ້ານ ແລະ ແຕ້ມໄດ້ຮູບ ຫຼາຍແຜ່ນຕັ້ງແຕ່ນ້ອຍ, ແຕ່ພໍ່ແມ່ຂ້າພະເຈົ້າບໍ່ສົນໃຈ, ເຖິງວ່າ ບັນດາຄູອາຈານຢູ່ໂຮງຮຽນ ຕີລາຄາສູງຕໍ່ຄວາມສາມາດ ໃນ ການແຕ້ມຮູບຂອງຂ້າພະເຈົ້າກໍ່ຕາມ.

ຊີວິດຂ້າພະເຈົ້າໃນເຍົາໄວ ແມ່ນບໍ່ງ່າຍດາຍ ຍ້ອນບັນຫາ ທີ່ ເກີດຂຶ້ນໃນຄອບຄົວ ໄດ້ເຮັດໃຫ້ຊີວິດຂອງຂ້າພະເຈົ້າ ຕົກຢູ່ໃນ ສະພາບກົດດັນຢ່າງຕໍ່ເນື່ອງ. ຂ້າພະເຈົ້າໄດ້ນຳໃຊ້ສໍດໍາ ເພື່ອ ແຕ້ມຮູບທ່ີບໍ່ມີຕົວຕົນ, ເຖິງວ່າ ສໍດຳ ໄດ້ນຳໃຊ້ໃນການແຕ້ມ ສິ່ງທີ່ມີຈິງ ກໍ່ຕາມ. ຂ້າພະເຈົ້າຕັດສິນໃຈເອົາພາບແຕ້ມ ຂອງ ຕົນນໍາໄປສະເໜີຢູ່ງານວາງສະແດງສິລະປະ ຮ່ວມສະໄໝ ນາໆ ຊາດ 2017 ທີ່ນະຄອນ Malaga ແລະ ໄດ້ຮັບການຕີລາຄາ ຈາກທ່ານຜູ້ຊົມວ່າ ມີແບບວິທີການແຕ້ມທີ່ເປັນເອກະລັກ ສະ ເພາະ. 


ທຳມະຊາດທ່ີສວຍງາມ ແລະ ຜູ້ຄົນທີ່ຮັກແຂກແພງຄົນ ໄດ້ ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ ນາງ Monica Gonzalez Galvez.


“ນະຄອນ ໂຮ່ຈີມິນ” ເປັນນະຄອນທ່ີມີສະເໜ່ ທີ່ໜ້າດຶງດູດ ຈັບໃຈ ແລະ ມີຄຸນຄ່າ ທາງປະຫວັດສາດ ທ່ີປາກົດຕົວໃນຊີວິດ ປະຈໍາວັນ. ນະຄອນແຫ່ງນີ້ ເຮັດໃຫ້ຂ້າພະເຈົ້າຮູ້ສຶກ ສະບາຍ ໃຈ ແລະ ວາດພາບ ດ້ວຍບັນດາ ເສັ້ນ ແລະ ໂຄງປະກອບໜຶ່ງ ບໍ່ຕາມກົດເກນ ທົ່ວໄປ”.
 


“ດຳນຳ້ຢູ່ ກູ່ລາວຈາມ, ຂ້າພະເຈົ້າຮູ້ສຶກເພີດເພີນ ໄປກັບ ໂລກ ທີ່ແສນສວຍງາມ, ຮັບຮູ້ໄດ້ຄວາມກວ້າງໃຫຍ່ໄພສານ ຂອງທະເລ ແລະ ພະລັງແຮງຂອງທຳມະຊາດ ແລະ ເໜືອສິ່ງ ອື່ນໃດ ແມ່ນໄດ້ສໍາພັດກັບອິດສະຫຼະພາບ ຢ່າງແທ້ຈິງ”. 


“ສຳລັບຂ້າພະເຈົ້າ, ດ່າໜັງ ບໍ່ພຽງແຕ່ແມ່ນນະຄອນທີ່ໜ້າຢູ່ແຫ່ງໜຶ່ງເທົ່ານັ້ນ, ດ່າໜັງ ໃນຍາມຄຳ່ຄືນດ້ວຍແສງດອກໄຟນາໆ ສີ, ການຍິງບັ້ງໄຟດອກ ແລະ ສີສັນຂອງຂົວຫຼາຍແຫ່ງ ແມ່ນພາກສ່ວນໜຶ່ງທີ່ແຍກອອກເປັນເອກະເທດກັບໂລກ”.

ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ເສຍແຮງບັນດານໃຈ ໃນການແຕ້ມ ພາບ ແລະ ຂ້າພະເຈົ້າຕັດສິນໃຈໄປທ່ອງທ່ຽວ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າໄດ້ມີໜ້າຢູ່ ຫວຽດນາມ, ບ່ອນທ່ີຂ້າພະເຈົ້າ ບໍ່ຄາດ ຫວັງວ່າ ຈະມີການປ່ຽນແປງຢ່າງໃຫຍ່ຫຼວງໃຫ້ກັບຊີວິດຂອງຂ້າພະເຈົ້າ. ບັນດາປະສົບການຢູ່ ຫວຽດນາມ ໄດ້ເຮັດໃຫ້ ຂ້າພະເຈົ້າຮູ້ສຶກມີຄວາມສຸກ, ຄວາມຕື່ນເຕັ້ນ ແລະ ການ ເລີ່ມຕົ້ນໃໝ່. ບັນດາສະຖານທີ່ ທ່ີຂ້າພະເຈົ້າໄດ້ໄປ, ຜູ້ຄົນທີ່ໄດ້ ພົບປະ, ອາຫານທີ່ໄດ້ຊີມ, ການເຄື່ອນໄຫວ ແລະ ສີສັນທີ່ໄດ້ເຫັນຢູ່ທຸກແຫ່ງຫົນໃນປະເທດ ຫວຽດນາມ ໄດ້ສ້າງຄວາມຊົງຈໍາ ໃຫ້ແກ່ຂ້າພະເຂົ້າເປັນຢ່າງຍິ່ງ. 

ຫວຽດນາມ ໄດ້ສ້າງແຮງບັນດານໃຈ ແລະ ມີພະລັງທີ່ດີ ໃຫ້ແກ່ ຂ້າພະເຈົ້າ, ຊ່ວຍເຮັດໃຫ້ຂ້າພະເຈົ້າ ກັບມາແຕ້ມພາບອີກຄັ້ງ ໜຶ່ງ. ເມື່ອມາຮອດນະຄອນ ດ່າໜັງ, ຂ້າພະເຈົ້າໄດ້ແຮງກະຕຸ້ນ ຈາກຄວາມຕ້ອງການທ່ີຈະສະແດງອອກ ແລະ ປະສົບການທີ່ໄດ້ຮັບໃນເວລາໄປທ່ຽວຊົມປະເທດທ່ີສວຍງາມນີ້ ແລະ “ຫວຽດ ນາມ: ສ້າງແຮງບັນດານໃຈ” ໄດ້ເກີດຂຶ້ນ.

ໃນຖານະເປັນຜູ້ຢາກມີໂອກາດຊ່ວຍເຫຼືອຄົນອື່ນ, ຂ້າພະເຈົ້າ ເຫັນວ່າ ຫວຽດນາມ ເປັນຈຸດໝາຍປາຍທາງ ທີ່ສົມບູນແບບ ເພື່ອປະຕິບັດຄວາມມຸ່ງຫວັງດັ່ງກ່າວ. ໃນເວລາຢູ່ ຫວຽດນາມ, ຂ້າພະເຈົ້າ ໄດ້ສອນວິທີການແຕ້ມພາບໃຫ້ບັນດານ້ອງນ້ອຍຢູ່ ສູນລ້ຽງເດັກກຳພ້າ ດ້ວຍຄວາມສະໝັກໃຈ. ປະສົບການນີ້ ແມ່ນ ດີຫຼາຍ, ຊຶ່ງປັດຈຸບັນຂ້າພະເຈົ້າກໍາລັງສຶກສາ ເພື່ອກາຍເປັນ ນັກບໍາບັດໂດຍຜ່ານສິລະປະ. ປະເທດຊາດ ແລະ ຄົນ ຫວຽດ ນາມ ໄດ້ສ້າງແຮງບັນດານໃຈ ໃຫ້ກັບຂ້າພະເຈົ້າ ເດີນຕາມເສັ້ນ ທາງນີ້. ຂອບໃຈ ຫວຽດນາມ ຫຼາຍໆ.
 
ບົດ ແລະ ພາບ: Monica Gonzalez Galvez

Doseba Tua Sinay ຄວາມຮັກ ທ່ີມີຕໍ່ເດັກນ້ອຍ ຫວຽດນາມ

Doseba Tua Sinay ຄວາມຮັກ ທ່ີມີຕໍ່ເດັກນ້ອຍ ຫວຽດນາມ

ທ່ານ Doseba Tua Sinay ​ໄດ້​ດຳລົງ​ຕຳ​ແໜ່​ງ​ ຫົວໜ້າ​ ຜູ້ຕາງ ໜ້າ​ອົງການ ວິໄສທັດໂລກ (World Vision International - WVI) ປະຈຳຫວຽດນາມ ​ແຕ່​ປີ 2021 ຈົນເຖິງປັດຈຸ​ບັນ. ເພິ່ນ ແລະ ອົງການຈັດຕັ້ງໄດ້ອຸທິດຄວາມພະຍາຍາມຫຼາຍຢ່າງ ເພື່ອ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປັບປຸງສະຫວັດດີການ ໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ທີ່ດ້ອຍໂອກາດ ຢູ່ຫວຽດນາມ.

Top