ວັນທີ 02 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍຈຸດສຸມໂຄສະນາເຜີຍແຜ່, ສົມທົບກັນບຸກໂຈມຕີ, ປາບປາມອາດຊະຍາກຳຢາເສບຕິດລະຫວ່າງ ຫວຽດນາມ, ຈີນ, ລາວ ແລະ ມຽນມາ.
ທ່ານພົນໂທ ຫງວຽນວັນລອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: ກະຊວງຕຳຫຼວດ)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນວັນລອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ, ຈີນ, ລາວ ແລະ ມຽນມາ ພວມຖືກຜົນສະທ້ອນໂດຍກົງຈາກສະພາບການອາດຊະຍາກຳຢາເສບຕິດໃນໂລກ. ໃນສະພາບການນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ສະເໜີໃຫ້ກະຊວງຕຳຫຼວດ ຈີນ, ກະຊວງຕຳຫຼວດ ລາວ ແລະ ກະຊວງພາຍໃນ ມຽນມາ ສົມທົບກັນຜັນຂະຫຍາຍບັ້ນຈຸດສຸມໂຄສະນາເຜີຍແຜ່, ສົມທົບກັນບຸກໂຈມຕີ, ປາບປາມອາດຊະຍາກຳຢາເສບຕິດແຕ່ວັນທີ 15 ມິຖຸນາ - 15 ກັນຍາ 2026 ຢູ່ບໍລິເວນບັນດາແຂວງ, ນະຄອນຕິດກັບຊາຍແດນລະຫວ່າງບັນດາປະເທດ ແລະ ບັນດາບໍລິເວນຈຸດສຸມກ່ຽວກັບອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດ.
ກອງປະຊຸມໄດ້ຮັບຮອງເອົາແຜນການກະທຳລວມ ເພື່ອຜັນຂະຫຍາຍຫຼາຍເນື້ອໃນສຳຄັນອື່ນໆ, ໃນນັ້ນ, ມີການເພີ່ມທະວີການຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ; ສົມທົບກັນຕໍ່ສູ້ແກ້ໄຂຄະດີລວມ, ສຸມໃສ່ບັນດາອາດຊະຍາກຳຢາເສບຕິດຂ້າມຊາດ…
(ແຫຼ່ງຄັດຈາກ VOV)