• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ​ບັນ​ລຸ​ໝາກ​ຜົນ​ທີ່​ແທ້​ຈິງຫຼາ​ຍ​ຢ່າງ

ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຕໍ່​ລັດ​ຖະ​ບານ ຍີ່​ປຸ່ນ​ທີ່​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ ຫວຽດ​ນາມ​ໃນ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ​ຜ່ານ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ວິ​ໄຈ​ວິ​ເຄາະ ດີ​ໂອ​ຊິນ ແລະ ສິ່ງ​ແວດ​ລ້ອມ
  ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: qdnd.vn)  

ກາ​ນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ​ສືບ​ຕໍ່​ໄດ້ຮັບ​ການ​ເພີ່ມ​ທະ​ວີ, ບັນ​ລຸ​​ໄດ້ໝາກ​ຜົນ​ທີ່​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ, ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ. ນັ້ນ​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ, ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃນ​ການ​ເຈ​ລ​ະ​ຈາ​ ກັບ​ຄະ​ນະ​ເສ​ນາ​ທິ​ການ​ໃຫຍ່​ສຳພັນ​ທະ​ມິດ ຍີ່​ປຸ່ນ, ໂດຍ​ທ່ານ​ພົນ​ເອກ Uchikura Hiroaki ນຳ​ໜ້າ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 2 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ,. ຄະ​ນະ​ພວມ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 3 ມິ​ຖຸ​ນາ 2026.

ທີ່​ການ​ເຈ​ລະ​ຈາ, ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຕໍ່​ລັດ​ຖະ​ບານ ຍີ່​ປຸ່ນ​ທີ່​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ ຫວຽດ​ນາມ​ໃນ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ​ຜ່ານ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ວິ​ໄຈ​ວິ​ເຄາະ ດີ​ໂອ​ຊິນ ແລະ ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຊ່ວຍ​ເຫຼືອຫຼ້າ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຊອກ​ຫາທຳ​ລາຍ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ແກ່ ຫວຽດ​ນາມ. ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ປາດ​ຖະ​ໜາ​ຢາກ​ໃຫ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ສືບ​ຕໍ່​ສະ​ຫງວນ​ທຶນ​ການ​ສຶກ​ສາ​ທີ່​ມີ​ຢູ່​ແລ້ວ ແລະ ເປີດກວ້າງ​ຮູບ​ແບບ​ການ​ບຳ​ລຸງ​ສ້າງກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ເຕັກ​ໂນ​ໂລ​ຢີ​ ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ.

ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່​າງ​ເປັນ​ທາງ​ການ​ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ເຮັດໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ​ເລິກ​ເຊິ່ງກວ່າ​ອີກ, ທ່ານ​ພົນ​ເອກ Uchikura Hiroaki ປາດ​ຖະ​ໜາ​ວ່າໃນ​ໄລ​ຍະ​ຈະ​ມາ​ເຖິງ​ສອງ​ຝ່າຍ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​ນຳ​ກັນ​ແລ້ວ, ​ໃນ​ນັ້ນສຸມ​ໃສ່​ ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການຮ່ວມ​ມື​ບຳ​ລຸງ​ສ້າງ, ​ການຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ເຫຼົ່າ​ທັບ, ເຫຼົ່າ​ຮົບ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ… ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ໃຫ້​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ສັນ​ຕິ​ພາບ, ຄວາມວັດ​ທະ​ນາ​ຖາ​ວອນ ຢູ່​ອາ​ຊີ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

Top