• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດບັນດາຂໍ້ສະເໜີແນະຂອງຄະນະກຳມະການ ເອີລົບ ກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງໃກ້ຊິດ

ທາງດ້ານກະຊວງ, ແຕ່ລະເດືອນຈະມີແຜນການໄປກວດກາຕົວຈິງຢູ່ບັນດາແຂວງ, ນະຄອນເຂດແຄ້ມທະເລ
(ທີ່ກອງປະຊຸມ)

ຫວຽດນາມ ປະຕິບັດບັນດາຂໍ້ສະເໜີແນະຂອງຄະນະກຳມະການ ເອີລົບ ກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງໃກ້ຊິດ. ນີ້ແມ່ນຂໍ້ມູນຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຍົກອອກມາ, ທີ່ກອງປະຊຸມຊີ້ນຳ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU), ຈັດຂຶ້ນໃນວັນທີ 21 ພຶດສະພາ, ຢູ່ ຮ່າໂນ້ຍ.

ທ່ີກອງປະຊຸມ, ທ່ານ ຫງວຽນກວາງຮຸ່ງ, ຫົວໜ້າກົມກວດກາການປະມົງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍແຜນການນັບແຕ່ນີ້ຮອດຈຸດເວລາກ່ອນທີ່ຄະນະກວດກາ ອີຊີ ມາກວດກາຢູ່ ຫວຽດນາມ, ຄາດວ່າແມ່ນໃນເດືອນ ກັນຍາ - ຕຸລາ ປີ 2024, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ເປັນເສນາທິການໃຫ້ລັດຖະບານ ໄປກວດກາວຽກງານຕ້ານການຂຸດຄົ້ນ IUU ຢູ່ບັນດາທ້ອງຖິ່ນໃນເດືອນ ມິຖຸນາ. ທາງດ້ານກະຊວງ, ແຕ່ລະເດືອນຈະມີແຜນການໄປກວດກາຕົວຈິງຢູ່ບັນດາແຂວງ, ນະຄອນເຂດແຄ້ມທະເລ, ພ້ອມທັງຊຸກຍູ້ບົດບາດຕິດຕາມກວດກາຂອງກຳລັງປ້ອງກັນຊາຍແດນບັນດາທ່າກຳປັ່ນຫາປາ, ກໍຄືບັນດາອົງການຄຸ້ມຄອງທ້ອງຖິ່ນ. ທ່ານ ຫງວຽນກວາງຮຸ່ງ, ໃຫ້ຮູ້ວ່າ:

“ຕ້ອງຮັບປະກັນເລື່ອງຫາຕົ້ນກຳເນີດ, ຕ້ອງເພີ່ມທະວີການກວດກາ, ຢັ້ງຢືນຢູ່ທ່າກຳປັ່ນ, ກໍຄືການຮັບຮູ້ຢູ່ບັນດາສາຂາ ແລະ ວິສາຫະກິດຕ້ອງຮັບປະກັນ 100% ການຖືກຕ້ອງຕາມກົດໝາຍ ໃນການສົ່ງອອກໄປຍັງຕະຫຼາດສະຫະພາບ ເອີລົບ ແລະ ບັນດາຕະຫຼາດອື່ນ”

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ.

Top