ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ສະເໜີ 4 ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີ: ປັບປຸງການພົວພັນ 2 ຝ່າຍໃຫ້ແທດຈິງລະຫວ່າງ ອາເມລິກາ ແລະ ແຕ່ລະປະເທດແມ່ນ້ຳຂອງ
(ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ)
ວັນທີ 02 ມິຖຸນາ, ຢູ່ ກາຈາກຕາ, ປະເທດ ອິນໂດເນເຊຍ, ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ເປັນປະທານຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງການພົວພັນຄູ່ຮ່ວມມືແມ່ນ້ຳຂອງ - ອາເມລິກາ (MUSP) ປີ 2026.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ສະເໜີ 4 ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີ: ປັບປຸງການພົວພັນ 2 ຝ່າຍໃຫ້ແທດຈິງລະຫວ່າງ ອາເມລິກາ ແລະ ແຕ່ລະປະເທດແມ່ນ້ຳຂອງ; ຊຸກຍູ້ການເຊື່ອມຕໍ່ເສດຖະກິດຜ່ານການຮ່ວມສຳພັນການຜະລິດ, ລະບົບສະໜອງດ້ວຍຕົນເອງ, ການພັດທະນາຕະຫຼາດອາຍແກັດທຳມະຊາດແຫຼວ (LNG); ສົມທົບກັນຮັບມືກັບບັນດາສິ່ງທ້າທາຍແບບໃໝ່; ການຄຸ້ມຄອງແຫຼ່ງນ້ຳ, ຫັນລະບົບຕິດຕາມກວດກາເປັນທັນສະໄໝ.
ສ່ວນທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ຢືນຢັນຄືນໃໝ່ວ່າ ແມ່ນ້ຳຂອງ ແມ່ນພາກສ່ວນສຳຄັນໃນນະໂຍບາຍມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ. ໃນໄລຍະຈະມາເຖິງ, ຜ່ານການພົວພັນຄູ່ຮ່ວມມື MUSP, ອາເມລິກາ ປາດຖະໜາຢາກໜູນຊ່ວຍເຂດອະນຸພາກພື້ນແມ່ນ້ຳຂອງ “ປອດໄພກວ່າ, ເຂັ້ມແຂງກວ່າ ແລະ ມີຄວາມວັດທະນາຖາວອນກວ່າ”.
(ແຫຼ່ງຄັດຈາກ VOV)