ຕອນບ່າຍວັນທີ 27 ເມສາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືຂັ້ນສູງກ່ຽວກັບຫົວຂໍ້ “ຄວາມປອດໄພ ແລະ ປົກປ້ອງກັນບັນດາເສັ້ນທາງນ້ຳໃນຂົງເຂດການເດີນທະເລ”.
(ທ່ານນາງ ເລທິຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ວາລະປະຊຸມ)
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ເລທິຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນສິດເສລີໃນການເດີນທະເລ, ການບິນ, ລວມມີສິດໄປມາດ້ວຍຄວາມປອດໄພ, ຕໍ່ເນື່ອງ ແລະ ບໍ່ຖືກກີດຂວາງຜ່ານບັນດາຊ່ອງແຄບທະເລສາກົນ ຕ້ອງໄດ້ຮັບຄວາມເຄົາລົບບົນພື້ນຖານກົດໝາຍສາກົນຄືດັ່ງທີ່ໄດ້ກຳນົດໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ທຸກການຂັດແຍ້ງກັນ ແລະ ຄວາມແຕກຕ່າງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ. ທ່ານຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ສະໜັບສະໜູນການສົນທະນາ ແລະ ມາດຕະການທາງການທູດ ເພື່ອກ້າວໄປເຖິງມາດຕະການແກ້ໄຂແບບຍືນຍົງ.
(ແຫຼ່ງຄັດຈາກ VOV)