ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.
ລ້າງເຊີນ ຕ້ອນຮັບແຂກທ່ອງທ່ຽວສາກົນທຳອິດເຂົ້າເມືອງ (ພາບ: TTXVN)
ວັນທີ 01 ມັງກອນ, ເປັນມື້ທຳອິດຂອງປີໃໝ່ 2026, ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.
ຢູ່ເຂດດ່ານຊາຍແດນສາກົນ ຮຶວງິ, ສູນສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວແຂວງ ລ້າງເຊີນ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດພິທີຕ້ອນຮັບແຂກທ່ອງທ່ຽວສາກົນທຳອິດເຂົ້າເມືອງ ລ້າງເຊີນ. ຜ່ານລາຍການ, ແຂວງ ລ້າງເຊີນ ໄດ້ສົ່ງຄຳຕອບບຸນແທນຄຸນ, ສະແດງນ້ຳໃຈເປັນມິດ, ຮັກແພງແຂກຄົນ, ປາຖະໜາຢາກສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວ.
ຢູ່ທ່າກຳປັ່ນ ເຈິນເມິຍ, ບ້ານ ບິ່ງອານ, ຕາແສງ ເຈິນເມິຍ - ລັງໂກ, ຄະນະກຳມະການປະຊາຊົນນະຄອນ ເຫວ້ ໄດ້ສົມທົບກັບພະແນກທ່ອງທ່ຽວ ແລະ ບໍລິສັດຫຸ້ນສ່ວນທ່າກຳປັ່ນ ເຈິນເມິຍ ຈັດລາຍການ “ຕ້ອນຮັບກຳປັ່ນທ່ອງທ່ຽວ ແລະ ແຂກທ່ອງທ່ຽວທຳອິດມາຍັງ ເຫວ້ ຜ່ານທາງທະເລປີ 2026”. ກຳປັ່ນທ່ອງທ່ຽວ ADORA MEDITERRANEA ສັນຊາດ Bahamas ໄດ້ເຂົ້າທຽບທ່າ, ໂດຍສານແຂກທ່ອງທ່ຽວ 2.680 ຄົນ ແລະ ລູກເຮືອ 920 ຄົນ, ເປັນຕົ້ນແມ່ນແຂກທ່ອງທ່ຽວມາຈາກ ຈີນ, ຮົ່ງກົງ (ຈີນ)… ທ່ານ ເຈືອງແທັງມິນ, ຫົວໜ້າກົມສົ່ງເສີມການທ່ອງທ່ຽວນະຄອນ ເຫວ້, ໃຫ້ຮູ້ວ່າ:
“ແຂກທ່ອງທ່ຽວມາຍັງ ເຫວ້ ດ້ວຍກຳປັ່ນ ໄດ້ພັດທະນາຢ່າງສະໝ່ຳສະເໝີ. ປະຈຸບັນ, ມີຫຼາຍບໍລິສັດກຳປັ່ນຢາກມາ ເຫວ້. ນີ້ແມ່ນສັນຍານທີ່ດີໃຫ້ແກ່ຂະແໜງທ່ອງທ່ຽວ, ຄາດວ່າ, ປີ 2026 ຈະມີກຳປັ່ນກວ່າ 70 ຖ້ຽວມາຍັງ ເຫ້ວ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໄດ້ສຸມໃສ່ຊອກຫາຄູ່ຮ່ວມມື, ຊຸກຍູ້ເພືຶ່ອພັດທະນາຕະຫຼາດແຂກທ່ອງທ່ຽວທີ່ມີຄ່າໃຊ້ຈ່າຍສູງທີ່ສຸດນີ້”.
ໃນອາທິດຜ່ານມາ, ຢູ່ວັດ ເກົາ, ຕາແສງ ໂຮ້ຍອານ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່ານັ້ງ ກໍ່ໄດ້ຈັດເຫດການ “ຕ້ອນຮັບຄະນະແຂກທ່ອງທ່ຽວທຳອິດທີ່ມາຢ້ຽມຢາມເຂດຕົວເມືອງເກົ່າ ໂຮ້ຍອານ ປີ 2026”.
(ແຫຼ່ງຄັດຈາກ VOV)