• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ການປຶກສາຫາລືກ່ຽວກັບການກຳນົດທິດການຮ່ວມມືຢູ່ພາກພື້ນ

ວາລະປະຊຸມຄົບຄະນະໄດ້ສຸມໃສ່ຄວາມສາມດຟື້ນຟູ ແລະ ຄວາມສາມັກຄີ, ເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ກຳນົດທີ່ຕັ້ງຂອງເວທີປາໄສຄືດັ່ງພື້ນຖານການໂອ້ລົມສົນທະນາເປີດເພີ່ມເຕີມໃຫ້ບັນດາກົນໄກເປັນທາງການທີ່ມີຢູ່ແລ້ວໃນປະຈຸບັນຂອງ ອາຊຽນ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ໄຂ (ພາບ: TTXVN)  

ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ທີ່​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ ແລະ ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ ອາ​ຊຽນ ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ໆ​ປ​ະ​ເທ​ດ​ສະ​ມາ​ຊິກ ອາ​ຊຽນ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ສາດ​ສະ​ດາ​ຈານ ໝີ​ລຽງ, ​ຜູ້​ອຳ​ນວຍ​ການຫົວ​ໜ້າ​ສູນ​ຄົ້ນ​ຄວ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ປັກ​ກິງ (ຈີນ) ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ເນື່ອງ​ໃນ​ໂອ​ກາດ​ຈັດ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 09 – 10 ມິ​ຖຸ​ນາ.

ຕາມ​ທ່ານ​ສາດ​ສະ​ດາ​ຈານ ໝີ​ລຽງ ແລ້ວ, ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ໄດ້​ສຸມ​ໃສ່​ຄວາມ​ສາມດ​ຟື້ນ​ຟູ ແລະ ຄວາມ​ສາ​ມັກ​ຄີ, ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ ອາ​ຊຽນ, ກຳ​ນົດ​ທີ່​ຕັ້ງ​ຂອງ​ເວ​ທີ​ປາ​ໄສ​ຄື​ດັ່ງ​ພື້ນ​ຖານ​ການ​ໂອ້​ລົມ​ສົນ​ທະ​ນາ​ເປີດ​ເພີ່ມ​ເຕີມ​ໃຫ້​ບັນ​ດາ​ກົນ​ໄກ​ເປັນ​ທາງ​ການທີ່​ມີ​ຢູ່​ແລ້ວ​ໃນ​ປະ​ຈຸ​ບັນ​ຂອງ ອາ​ຊຽນ. ເວ​ທີ​ປາ​ໄສ​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຖື​ເອົາ​ມະ​ນຸດ​ເປັນ​ໃຈ​ກາງ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ເຕີບ​ໂຕ​ໃໝ່ ໃນ​ສະ​ພາບ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ທົ່​ວ​ໂລກ, ປົກ​ປ້ອງ​ຜົນ​ປະ​ໂຫຍດ ແລະ ຄວາມ​ສາ​ມາດ​ຟື້ນ​ຟູ​ຂອງ​ທຸກໆ​ຄົນ, ຮັບ​ປະ​ກັນບໍ່​ປະໃຫ້​ກຸ່ມ​ໃດ​ຖືກ​​ຕົກ​ຢູ່​ທາງ​ຫຼັງ.

ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ນັກ​ຮຽນ​ຮູ້ ຈີນ ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ 3 ຫົວ​ຂໍ້​ຫຼັກ​ຂອງ​ເວ​ທີ​ປາ​ໄສ​ຄັ້ງ​ນີ້. ເລື່ອງ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້​ນ ແລະ ສ້າງ​ສະ​ພາບ​ແວ​ດ​ລ້ອມ​ພາຍ​ໃນ​ທີ່​ປອດ​ໄພ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ ອາ​ຊຽນ.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top