ຢູ່ບັນດາເຂດປ່າຊົນຮ້ອນ ເຂດພູ ໄຕບັກ, ແຫ່ງທີ່ບໍ່ຄອບມີມະນຸດ, ໂຕລິນ, ສັດລ້ຽງລູກດ້ວຍນົມຍັງມີຢູ່.
ດ້ວຍຫົວຂໍ້ “ຫວຽດນາມ - ຄວາມງາມແບບຮົກເຮື້ອເລິກລັບ ມະຫັດສະຈັນ”. ໃນການອອກອາກາດຫຼ້າສຸດຂອງລາຍການ “ເຂດສວນມະຫັດສະຈັນ” (Le Jardin Extraordinaire) ຕອນຄ່ຳວັນທີ 01 ກຸມພາ ຂອງຊ່ອງໂທລະພາບ La Une - ຊ່ອງກະຈາຍສຽງ ແລະ ໂທລະພາບ ແບນຊິກ (RTBF), ໂຄສົກລາຍການ Tanguy ໄດ້ນຳຜູ້ຊົມມາສູ່ ຫວຽດນາມ. ການເດີນທາງໄດ້ເລີ່ມຈາກບັນດາເຂດອະນຸລັກສະເພາະ. ຢູ່ບັນດາເຂດປ່າຊົນຮ້ອນ ເຂດພູ ໄຕບັກ, ແຫ່ງທີ່ບໍ່ຄອບມີມະນຸດ, ໂຕລິນ, ສັດລ້ຽງລູກດ້ວຍນົມຍັງມີຢູ່. ການເດີນທາງຕໍ່ໄປແມ່ນເຂດອ່າວ ຮະລອງ - ແຫ່ງມະຫັດສະຈັນທຳມະຊາດທີ່ມີຊື່ສຽງທົ່ວໂລກ. ຢູ່ແຫ່ງນີ້, ຢູ່ທາມກາງເຂດພູຫີນປູນໃຫຍ່ໂຕ ແລະ ນ້ຳຂຽວໄສ້ເຢັນຢູ່ເຂດອ່າວ ຮະລອງ, ໂຕຄ່າງ ກາດບ່າ, ແມ່ນສັດທີ່ຫາຍາກໃນໂລກຍັງດຳລົງຊີວິດ.
ຜ່ານລາຍການ, ຫວຽດນາມ ໄດ້ປະກົດຂຶ້ນບໍ່ພຽງແຕ່ແມ່ນຈຸດນັດພົບເທົ່ານັ້ນ, ຫາກຄືດັ່ງໂລກໜຶ່ງພວມລໍຖ້າມາຂຸດຄົ້ນອີກດ້ວຍ.
(ແຫຼ່ງຄັດຈາກ VOV)