• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ປະ​ກາດ​ແຜນ​ການ​ເຄື່ອນ​ໄຫວ​ສະ​ບັບ​ປັບ​ປຸງ​ເພື່ອ​ໜູນ​ຊ່ວຍ ກູ​ບາ

ວັນທີ 26 ມີນາ, ສປຊ ໄດ້ປະກາດແຜນການເຄື່ອນໄຫວສະບັບປັບປຸງແນໃສ່ໃຫ້ການໜູນຊ່ວຍປະຊາຊົນ ກູບາ 2 ລ້ານຄົນໂດຍດ່ວນ ຕໍ່ວິກິດການດ້ານພະລັງງານທີ່ຮ້າຍແຮງ ແລະ ຜົນຮ້າຍທີ່ຕາມມາຂອງພາຍຸ.
   Havana, ກູບາ ວັນທີ 21/3/2026 ບໍ່ມີໄຟຟ້າໃຊ້ (ພາບ: REUTERS/Norlys Perez)  

ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ແຜນການປັບປຸງຄັ້ງນີ້ຈະເປີດກວ້າງຂອບຂະໜາດໜູນຊ່ວຍຂຶ້ນເຖິງເກືອບເຄິ່ງໜຶ່ງຈຳນວນແຂວງ/ນະຄອນຂອງ ກູບາ, ສຸມໃສ່ບັນດາມາດຕະການພະລັງງານທົດແທນເພື່ອຮັກສາການເຄື່ອນໄຫວໃນບັນດາຂົງເຂດແກ່ນສານ. ໄປຄຽງຄູ່ກັນນັ້ນ, ສປຊ ຍັງຄົງມານະພະຍາຍາມແກ້ໄຂບັນດາຜົນກະທົບທີ່ຍັງຄົງຄ້າງຈາກພາຍຸ Melissa, ທີ່ໄດ້ກໍ່ຜົນເສຍຫາຍແຕ່ເດືອນພະຈິກປີ 2025. ສປຊ ຢັ້ງຢືນວ່າ ວຽກງານຮັບປະກັນແຫຼ່ງເຊື້ອເພີງ ແມ່ນບຸລິມະສິດແຖວໜ້າ ແລະ ແມ່ນເງື່ອນໄຂແກ່ນສານເພື່ອຫັນບັນດາຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳຢູ່ ກູບາ ໃຫ້ປະກົດຜົນເປັນຈິງ.

ກ່ອນໜ້ານັ້ນ, ວັນທີ 24 ມີນາ, ຫ້ອງປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຜັນຂະຫຍາຍແຜນການທີ່ມີມູນຄ່າ 94 ລ້ານ USD ເພື່ອໃຫ້ການຊ່ວຍເຫຼືອ 2 ລ້ານຄົນ, ເທົ່າກັບ 1/5 ປະຊາກອນທັງໝົດຂອງ ກູບາ, ຜ່ານການຮັກສາບັນດາລະບົບສະໜອງການບໍລິການທີ່ຈຳເປັນ ແລະ ປົກປ້ອງຊີວິດ.

່(ແຫຼ່ງຄັດຈາກ VOV)

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ພາຍຫຼັງການປະທະກັນຢູ່ພາກພື້ນຕາເວັນອອກກາງ ລະຫວ່າງ ອາເມລິກາ - ອິດສະລາແອັນກັບອີຣານ ລະເບີດຂຶ້ນເປັນເວລາ 1 ເດືອນ ແລະ ມີຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງນັ້ນ ເປັນຄັ້ງທຳອິດ ການປະທະກັນນັ້ນມີໂອກາດໄດ້ຮັບການແກ້ໄຂດ້ວຍເສັ້ນທາງໂອ້ລົມສົນທະນາ, ເມື່ອຝ່າຍອາເມລິກາ ສະເໜີ ແຜນການ 15 ຂໍ້ ກັບອີຣານ ເພື່ອແນໃສ່ຢຸດຕິການປະທະກັນ. ເຖິງຢ່າງໃດກໍຕາມ, ບັນດາຄວາມສ່ຽງການປະທະກັນເພີ່ມຂຶ້ນແມ່ນຍັງໃຫຍ່ຫຼວງທີ່ສຸດ.

Top