• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ອຳ​ນາດ​ການ​ປົກ​ຄອງ​ແຫ່ງ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ ປະ​ຊາ​ຊົນ ແລະ ເພື່ອ ປະ​ຊາ​ຊົນ

ຫວຽດນາມ ພວມຢູ່ໃນຊຸມວັນສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດຊາດ ແລະ ແມ່ນ 80 ປີແຫ່ງວັນສ້າງຕັ້ງລັດຖະບານ. ໃນ 80 ປີຜ່ານມາ, ອຳນາດການປົກຄອງແຫ່ງລັດທຸກຂັ້ນ ໄດ້ປະຕິບັດພາລະກຳປະຫວັດສາດໃຫ້ເປັນຢ່າງດີທີ່ສຸດ ຊື່ງໄດ້ກຳນົດນັບແຕ່ວັນສະຖາປະນາປະເທດຊາດ, ທຸກຢ່າງແມ່ນເພື່ອເປົ້າໝາຍໂດຍ ປຊຊ ແລະ ເພື່ອ ປຊຊ.
(ພາບປະກອບ: TTXVN)

ບົນພື້ນຖານປະຫວັດສາດແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ລັດປະຕິວັດ ຫວຽດນາມ, ຜົນງານໂດຍກົງຂອງໄຊຊະນະອັນຍິ່ງໃຫ່ຍ ຊື່ງຊາດ ຫວຽດນາມ ບັນລຸໄດ້ໃນ 80 ປີກ່ອນ, ພວມຍູ້ແຮງການປ່ຽນແປງໃໝ່, ສ້າງໃຫ້ສົມບູນແບບ, ສືບຕໍ່ປະຕິບັດພາລະກຳປະຫວັດສາດແມ່ນລັດຂອງ ປຊຊ, ໂດຍ ປຊຊ ແລະ ເພື່ອ ປຊຊ ໃຫ້ເປັນຢ່າງດີ.

ລັດແຫ່ງອຳນາດນິຕິບັນຍັດຕ້ອງຂຶ້ນກັບປະຊາຊົນ

  ໃນຄາວຍັງມີຊີວິດຢູ່, ປະທານ ໂຮ່ຈິມິນ ໄດ້ກຳນົດທິດສະດີທີ່ມີລັກສະນະກຳນົດທິດ: ລັດແຫ່ງອຳນາດນິຕິບັນຍັດຕ້ອງຂຶ້ນກັບປະຊາຊົນ. ນັ້ນທັງແມ່ນເປົ້າໝາຍ, ແມ່ນສັນຍາລັກ, ທັງແມ່ນປັດໄຈຮັບປະກັນຂອງການປະຕິວັດປະສົບຜົນສຳເລັດຢ່າງສົມບູນ.

ໃນການຂົນຂວາຍການປະຕິວັດເດືອນສິງຫາປີ 1945, ການພັດທະນາໃຫ່ຍໃນຈິນຕະນາການ ແລະ ແນວທາງຊີ້ນຳນຳພາ ກໍ່ແມ່ນສາຍເຫດພາໄປເຖິງຜົນສຳເລັດຂອງພາລະກິດກູ້ຊາດ ແມ່ນພັກມີແຜນນະໂຍບາຍສ້າງຕັ້ງລັດຖະບານ “ສາທາລະນະລັດ ປະຊາທິປະໄຕ” ພາຍຫຼັງຕີຂັບໄລ່ພວກລ່າເມືອງຂຶ້ນ ແລະ ຟາດຊິດ. ນັ້ນແມ່ນອຳນາດການປົກຄອງບໍ່ພຽງແຕ່ຂອງສະເພາະຊົນຊັ້ນໃດ ຫາກຍັງແມ່ນອຳນາດການປົກຄອງ “ຂອງທົ່ວທັງຊາດ, ລັດຖະບານ ປຊຊ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໂດຍກອງປະຊຸມໃຫ່ຍຜູ້ແທນສະພາແຫ່ງຊາດເລືອກຕັ້ງ, ຕາງໜ້າໃຫ້ຄວາມສາມັກຄີ ແລະ ການກະທຳເຫັນດີເຫັນພ້ອມຂອງທົ່ວປວງຊົນ”.

  ໃນເສັ້ນທາງປະຫວັດສາດ, ຕໍ່ໜ້າບັນດາໜ້າທີ່, ຄຳຮຽກຮ້ອງລະອຽດຂອງແຕ່ລະໄລຍະ, ພັກໄດ້ກຳນົດບັນດາແຜນນະໂຍບາຍເສີມຂະຫຍາຍບົດບາດອຳນາດການປົກຄອງແຫ່ງລັດ ເພື່ອປະຕິບັດການປະຕິວັດຂອງຊາດປະຊາທິປະໄຕ ປຊຊ, ພ້ອມທັງ, ຮັບປະກັນສິດ ແລະ ຜົນປະໂຫຍດອັນພື້ນຖານຂອງ ປຊຊ.

  ການສ້າງລັດຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ ໄດ້ຫັນເປັນລະບອບລະບຽບການ, ແມ່ນຫຼັກການທີ່ໄດ້ກຳນົດໃນລັດຖະທຳມະນູນ, ແມ່ນການກຳນົດທິດ ແລະ ຫຼັກການຈັດຕັ້ງ-ເຄື່ອນໄຫວ, ປະຕິບັດພາລະໜ້າທີ່ຂອງກົງຈັກຄຸ້ມຄອງລັດທຸກຂັ້ນຢູ່ ຫວຽດນາມ ໃນ 80 ປີທີ່ຜ່ານມາ.

ຮັບປະກັນການປະຕິບັດສິດທິມະນຸດ, ສິດຂອງພົນລະເມືອງ

  ໃນ 80 ປີຜ່ານມາ, ຈາກລັດແຫ່ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຕະຫຼອດຮອດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ຮູບແບບການຈັດຕັ້ງ, ກົງຈັກ, ວິທີການເຄື່ອນໄຫວ, ໝູນໃຊ້ອຳນາດການປົກຄອງແຫ່ງລັດໄດ້ມີການປ່ຽນແປງ, ສ້າງໃຫ້ສົມບູນແບບ, ຕອບສະໜອງບັນດາຄຳຮຽກຮ້ອງຂອງພາລະກິດການປະຕິວັດ, ແລະ ກໍ່ລ້ວນແຕ່ໄດ້ປະຕິບັດທັດສະນະລັດຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ.

  ນັບແຕ່ວັນທີ 1 ກໍລະກົດປີ 2025, ຮູບແບບອຳນາດການປົກຄອງທ້ອງຖິ້ນ 2 ຂັ້ນໄດ້ນຳເຂົ້າເຄື່ອນໄຫວ, ນັ້ນແມ່ນການພັດທະນາກະໂດດຂັ້ນກ່ຽວກັບດ້ານລະບອບລະບຽບການ, ແບ່ງຂັ້ນ, ແບ່ງສິດອຳນາດ, ແກ້ໄຂບັນດາຂໍ້ຕິດຂັດ, ນຳກົງຈັກ ແລະ ການເຄື່ອນໄຫວຂອງອຳນາດການປົກຄອງແຫ່ງລັດຫຍັບເຂົ້າໃກ້ກັບ ປຊຊ, ຮັບໃຊ້ ປຊຊ ຢ່າງທັນການ. ພ້ອມກັບການປ່ຽນແປງນັ້ນ, ການປະຕິຮູບດ້ານບໍລິຫານ, ການສ້າງລັດຖະບານ, ອຳນາດການປົກຄອງເອເລັກໂຕນິກ ແລະ ການຫັນເປັນດີຈີຕອນ…ກໍ່ມີບາດກ້າວພັດທະນາຢ່າງແຮງ, ຮັບໃຊ້ບັນດາໜ້າທີ່ພັດທະນາເສດຖະກິດສັງຄົມ ໃຫ້ດີກ່ວາ ແລະ ຍົກສູງຊີວິດການເປັນຢູ່ຂອງ ປຊຊ.

ກ່າວຄຳເຫັນທີ່ກອງປະຊຸມທາງອອນໄລກ່ຽວກັບການຝຶກອົບຮົມດ້ານວິຊາການ, ວິຊາສະເພາະ ກ່ຽວຂ້ອງເຖິງວຽກງານຈັດຕັ້ງການກໍ່ສ້າງພັກ, ຄຸ້ມຄອງແຫ່ງລັດ, ຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາໝູ່ຄະນະການເມືອງຢູ່ຂັ້ນຕາແສງ (ໃໝ່) ຈັດຂຶ້ນໃນວັນທີ 14 ມິຖຸນາປີ 2025, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:

  ອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງ, ມີໄຫວພິບ ແລະ ມີນ້ຳໃຈຄວາມຮັບຜິດຊອບຕໍ່ ປຊຊ, ປະເທດຊາດ. ເມື່ອພວກເຮົາໄດ້ຫັນປ່ຽນສະພາບການແລ້ວ, ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາໝູ່ຄະນະການເມືອງ ຈະໄດ້ຮັບຟັງຄຳເຫັນຂອງ ປຊຊ ທັງໝົດ, ຕິດແທດກັບຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງຮາກຖານ, ສຳຜັດຮອບດ້ານ, ດ້ວຍຈິດໃຈຢາກຮັບຟັງ ປຊຊ.

  ໃນໄລຍະ 80 ປີແຫ່ງການສ້າງສາລັດ, ອຳນາດການປົກຄອງຂອງ ປຊຊ, ໂດຍ ປຊຊ ແລະ ເພື່ອ ປຊຊ ກໍ່ແມ່ນ 80 ປີທີ່ ຫວຽດນາມ ໄດ້ຮັບປະກັນ ແລະ ປະຕິບັດສິດທິມະນຸດ, ສິດຂອງພົນລະເມືອງເທື່ອລະກ້າວ. ອຳນາດການປົກຄອງຂອງລັດ ສວມບົດບາດສຳຄັນທີ່ສຸດໃນການສ້າງ ແລະ ປະຕິບັດລະບົບຮັບປະກັນຊີວິດສັງຄົມໄດ້ຢ່າງຮອບດ້ານ…ນັ້ນແມ່ນການພິສູດຢ່າງມີຊີວິດຊີວາ ກ່ຽວກັບລັດຂອງ ປຊຊ, ໂດຍ ປຊຊ ແລະ ເພື່ອ ປຊຊ./.

(ແຫຼ່ງຄັດຈາກ VOV)

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top