ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນຂໍ້ມູນແຫ່ງຊາດເລກ 1. ສູນແມ່ນສະຖານທີ່ສະສົມຂໍ້ມູນ ຈາກບັນດາຖານຂໍ້ມູນແຫ່ງຊາດ, ກາຍເປັນສະຖານທີ່ເຕົ້າໂຮມ, ຄົບຊຸດ, ເກັບຮັກສາ, ແບ່ງປັນ, ປະສານງານ ແລະ ວິໄຈຂໍ້ມູນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ, ແມ່ນສະໝອງຮັບໃຊ້ວຽກງານຊີ້ນຳ, ນຳພາ, ບໍລິຫານຂອງພັກ, ລັດ ແລະ ການເຄື່ອນໄຫວຂອງທົ່ວສັງຄົມຢ່າງມີປະສິດທິຜົນ. ທ່ານໃຫ້ຮູ້ວ່າ:
ຍູ້ແຮງວຽກງານສ້າງ, ເຊື່ອມຕໍ່ຂໍ້ມູນ, ເຮັດໃຫ້ສະອາດ, ຄຸ້ມຄອງຂໍ້ມູນ ແລະ ຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າຂອງຂໍ້ມູນ. ຕ້ອງສ້າງຮາກຖານຂໍ້ມູນສັງລວມແຫ່ງຊາດ ໃນໄຕມາດທີ I/2026 ເຊື່ອມຕໍ່ກັບບັນດາສາງຂໍ້ມູນທີ່ກ່ຽວຂ້ອງ. ຮັບປະກັນທຸກຂໍ້ມູນໄດ້ສະສົມປະຕິບັດຕາມຫຼັກການ “ຖືກຕ້ອງ, ຄົບຖ້ວນ, ສະອາດ, ມີຊີວິດ, ເປັນເອກະພາບ, ເຊື່ອມຕໍ່ ແລະ ນຳໃຊ້ລວມ”, ແກ້ໄຂສະພາບການກະແຈກກະຈາຍ, ຄອບງຳຂໍ້ມູນ.
(ແຫຼ່ງຄັດຈາກ VOV)