ຫວຽດນາມ ຍາມໃດກໍ່ຖື ອົດສະຕາລີແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນຄູ່ຮ່ວມມືຍຸດທະສາດຮອດບ້ານເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ມີຖານະບົດບາດທີ່ນັບມື້ນັບສູງຂຶ້ນຢູ່ພາກພື້ນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Gillian Bird (ພາບ: TTXVN)
ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Gillian Bird , ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອົດສະຕາລີແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນຄູ່ຮ່ວມມືຍຸດທະສາດຮອດບ້ານເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ມີຖານະບົດບາດທີ່ນັບມື້ນັບສູງຂຶ້ນຢູ່ພາກພື້ນ, ພ້ອມກັນແບ່ງປັນຜົນປະໂຫຍດຍຸດທະສາດກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີສອງຝ່າຍກະກຽມບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດໃຫ້ເປັນຢ່າງດີ, ທ່ານມີຄວາມຫວັງຢາກຕ້ອນຮັບທ່ານນາຍົກລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມຄືນ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດ APEC 2027.
ສ່ວນທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມເນັ້ນໜັກວ່າ ອົດສະຕາລີ ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ໃນການປະຕິບັດການປັບປຸງເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາ, ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການໜູນຊ່ວຍພັດທະນາວິທະຍາສາດ - ເຕັກໂນໂລຢີ… ທ່ານເອກອັກຄະລັດຖະທູດແຈ້ງໃຫ້ຊາຍວ່າ ອົດສະຕາລີ ຈະສະໜອງເງິນເກືອບ 100 ລ້ານ AUD ຍອດເງິນອຸປະຖຳການພັດທະນາໃຫ້ຫວຽດນາມ ໃນປີການເງິນ 2026 – 2027.
(ແຫຼ່ງຄັດຈາກ VOV)