ຂ່າວສານ

ສ້າງ​ບາດ​ກ້າ​ວ​ບຸ​ກ​ທະ​ລຸ​ນຳ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ແທດ​ຈິງກວ່າ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອົດ​ສະ​ຕາ​ລີ​ແມ່ນ​ເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອດ​ບ້ານ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ຖາ​ນະ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ພາກ​ພື້ນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ Gillian Bird (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ Gillian Bird , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອົດ​ສະ​ຕາ​ລີ​ແມ່ນ​ເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອດ​ບ້ານ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ຖາ​ນະ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ພາກ​ພື້ນ, ພ້ອ​ມ​ກັ​ນ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ກັບ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ສອງ​ຝ່າຍ​ກະ​ກຽມ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ, ທ່ານ​ມີ​ຄວາມ​ຫວັງ​ຢາກ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຄືນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ ສຸດຍອດ APEC 2027.

ສ່ວນ​ທ່ານນາງ Gillian Bird ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມເນັ້ນ​ໜັກ​ວ່າ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ, ສະ​ໜັບ​ສະ​ໜູນ, ໜ​ູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ການ​ປັບ​ປຸງ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ, ຢັ້ງ​ຢືນ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ປະ​ກອບ​ສ່ວນ​ຊຸກຍ​ູ້​ການ​ພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ຄ້າ - ການ​ລົງ​ທຶນ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ… ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດແຈ້ງ​ໃຫ້​ຊາຍ​ວ່າ ອົດ​ສະ​ຕາ​ລີ ຈະ​ສະ​ໜອງ​ເງິນ​ເກືອບ 100 ລ້ານ AUD ຍອດ​ເງິນ​ອຸ​ປະ​ຖຳ​ການ​ພັດ​ທະ​ນາ​ໃຫ້​ຫວຽດ​ນາມ ໃນ​ປີ​ການ​ເງິນ 2026 – 2027.


top