ຕອນບ່າຍວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບຄະນະລັດຖະບານ ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນາເສດຖະກິດເອກະຊົນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມກັບຄະນະລັດຖະບານ
ເມື່ອກ່າວຄໍາເຫັນໃນກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ຕ້ອງປະຕິບັດເປົ້າໝາຍຮອດປີ 2030, ທົ່ວປະເທດມີວິສາຫະກິດ 2 ລ້ານແຫ່ງ, ສູງກວ່າທົບ 2 ເທົ່າເມື່ອທຽບໃສ່ຈຳນວນປັດຈຸບັນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:
“ເຮັດແນວໃດເພື່ອໃຫ້ລະບຽບການສ້າງຕັ້ງວິສາຫະກິດ, ຍຸບເລີກວິສາຫະກິດ, ວິສາຫະກິດລົ້ມລະລາຍໄດ້ແກ່ໄຂຢ່າງວ່ອງໄວ. ຕ້ອງເຮັດແນວໃດເພື່ອໃຫ້ວິສາຫະກິດຂະໜາດນ້ອຍ ກາຍເປັນວິສາຫະກິດຂະໜາດໃຫຍ່, ວິສາຫະກິດຂະໜາດໃຫຍ່ກາຍເປັນວິສາຫະກິດທີ່ໃຫຍ່ກວ່າ”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍູ້ແຮງການຈັດແບ່ງຂັ້ນໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຈົ້າຂອງລົງທຶນໃນການຮັບເໝົາບັນດາກິດຈະກຳ, ໂຄງການໃຫ້ວິສາຫະກິດປະຕິບັດ ດ້ວຍຫຼັກການ ຮັບປະກັນຄວາມຄືບໜ້າ, ມີຄຸນນະພາບ, ບໍ່ເພີ່ມທຶນຮອນ ແລະ ບໍ່ສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້.
(ແຫຼ່ງຄັດຈາກ VOV)