• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກອບ​ນິ​ຕິ​ກຳ​ໃຫ້ສົມ​ບູນ​ແບບ​ເພື່ອ​ໃຫ້​ສັງ​ຄົມ​ດີ​ຈີ​ຕອນມີ​ຄວາມ​ປອດ​ໄພ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ

ກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ຄາດວ່າຈະໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດ XV. ກົດໝາຍບໍ່ພຽງແຕ່ກຳນົດຄວາມຮັບຜິດຊອບຂອງສຳນັກງານ, ອົງການຈັດຕັ້ງໃນການສ້າງພື້ນຖານໂຄງລ່າງດີຈີຕອນ, ຂໍ້ມູນດີຈີຕອນເທົ່ານັ້ນ ຫາກຍັງຍົກສູງສິດຜົນປະໂຫຍດ, ພັນທະ ແລະ ການເຂົ້າຮ່ວມຂອງປະຊາຊົນໃນຂົງເຂດດີຈີຕອນອີກດ້ວຍ. ນີ້ແມ່ນບາດກ້າວສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງສະພາບແວດລ້ອມດີຈີຕອນເພື່ອມະນຸດ, ເພື່ອການພັດທະນາແບບຍືນຍົງ.
ພາບປະກອບ: chinhphu.vn

ກົດໝາຍວ່າດ້ວຍການຫັນເປັນດີຈີຕອນແມ່ນພື້ນຖານດ້ານລະບອບລະບຽບການໃຫ້ການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ວັດທະນະທຳດີຈີຕອນ, ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມປອດໄພທາງຂໍ້ມູນ, ກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງຂອງລັດ, ວິສາຫະກິດ ແລະ ພົນລະເມືອງ ໃນວິວັດການຫັນເປັນດີຈີຕອນ.

ເປົ້າໝາຍຖືປະຊາຊົນເປັນໃຈກາງ

ຮ່າງກົດໝາຍວ່າດ້ວຍການຫັນເປັນດີຈີຕອນລວມມີ 8 ພາກ, 51 ມາດຕາ, ຮັບປະກັນການຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກ ເປັນລະບອບລະບຽບຢ່າງຄົບຖ້ວນ, ພິເສດແມ່ນມະຕິເລກທີ 57 ຂອງກົມການເມືອງໃນການແກ້ໄຂບັນດາບັນຫາໃນຕົວຈິງ ເຊິ່ງການຫັນເປັນດີຈີຕອນ ຫວຽດນາມ ພວມປະສົບ. ທ່ານ ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ຫວຽດນາມ ຫງວຽນແມັ້ງຮຸງ ຢັ້ງຢືນວ່າ:

ເປົ້າໝາຍປະກາດໃຊ້ກົດໝາຍເພື່ອແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບເພື່ອຊຸກຍູ້ການຫັນເປັນດີຈີຕອນຢ່າງຮອບດ້ານ, ມຸ່ງໄປເຖິງການສ້າງປະເທດດີຈີຕອນ. ປັບປຸງບັນດາການພົວພັນລະຫວ່າງເປົ້າໝາຍເຂົ້າຮ່ວມບັນດາການເຄື່ອນໄຫວໃນສະພາບແວດລ້ອມທາງດີຈີຕອນ, ເພີ່ມທະວີການຮ່ວມມືກັບສາກົນ ແລະ ການເຊື່ອມໂຍງ. ກ່ຽວກັບທັດສະນະໃນການສ້າງຮ່າງກົດໝາຍ, ຫັນບັນດາແຜນນະໂຍບາຍຂອງພັກ, ລັດກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດເປັນລະບອບລະບຽບການ, ເປັນເອກະພາບກັບລະບົບກົດໝາຍພວມປະກາດໃຊ້ໃນປັດຈຸບັນ ແລະ ສອດຄ່ອງກັບ ຂໍ້ຜູກພັນໃນສັນຍາສາກົນ.

ກົດໝາຍວ່າດ້ວຍການຫັນເປັນດີຈີຕອນບໍ່ພຽງແຕ່ສ້າງກອບນິຕິກຳໃຫ້ແກ່ການພັດທະນາເທົ່ານັ້ນ, ຫາກຍັງສ້າງພື້ນຖານໃຫ້ແກ່ສັງຄົມດີຈີຕອນທີ່ປອດໄພ, ມີວັດທະນະທຳມະນຸດ ແລະ ມຸ່ງໄປເຖິງປະຊາຊົນອີກດ້ວຍ. ສິ່ງນີ້ສະແດງໃຫ້ເຫັນຢູ່ຫຼາຍເນື້ອໃນລະອຽດ.

ກ່ອນອື່ນ, ທຸກການເຄື່ອນໄຫວຫັນເປັນດີຈີຕອນລ້ວນແຕ່ມຸ່ງໄປເຖິງການຮັບໃຊ້ປະຊາຊົນໃຫ້ດີກ່ວາ, ນັບແຕ່ການປະຕິບັດລະບຽບການບໍລິການ, ການບໍລິການສາທາລະນະ ຈົນຮອດການແພດ, ການສຶກສາ, ການຊ່ວຍເຫຼືອສັງຄົມ. ກົດໝາຍໄດ້ກຳນົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງບັນດາອົງການແຫ່ງລັດ ໃນການປະຕິບັດການຫັນວິວັດການຫັນງ່າຍດານ, ເປີດເຜີຍຂໍ້ມູນຢ່າງໂປ່ງໄສ, ຮັບປະກັນສິດສຳຜັດຢ່າງມີຄວາມສະເໝີພາບໃຫ້ແກ່ປະຊາຊົນໝົດທຸກຄົນ, ບໍ່ຈຳແນກເຂດພາກ, ເງື່ອນໄດທຸລະກິດ ຫຼື ລະດັບເຕັກໂນໂລຢີ. ທ່ານ ຫງວຽນກວາງຮວັນ ສະມາຊິກສະພາແຫ່ງຊາດ, ນະຄອນໂຮ່ຈີມິນ ໃຫ້ຂໍ້ສັງເກດວ່າ:

“ປັດຈຸບັນຕ້ອງການມີກົດໝາຍທີ່ສຸດ. ພວກເຮົາປະຕິບັດໂຄງການເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວຕ້ອງມີກົດໝາຍ. ກົດໝາຍວ່າດ້ວຍການຫັນເປັນດີຈີຕອນສະບັບນີ້ມີລັກສະນະພິເສດສູງທີ່ສຸດ, ພ້ອມທັງກໍ່ມີການເຊື່ອມຕໍ່ກັບກົດໝາຍຈຳນວນໜຶ່ງໄດ້ຮັບການປະກາດໃຊ້ໃນເມື່ອກ່ອນແລ້ວ. ກົດໝາຍວ່າດ້ວຍການຫັນເປັນດີຈີຕອນສຸມໃສ່ເຂົ້າໃນການສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ທຸກວິທີການເຮັດທາງດີຈີຕອນ, ປະຢັດຄ່າໃຊ້ຈ່າຍ, ຮັບປະກັນລະສະນະໂປ່ງໃສທາງດ້ານຂໍ້ມູນ”

ທຸກເນື້ອໃນນີ້ສະແດງໃຫ້ເຫັນວ່າ ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນເລື່ອງລາວຂອງເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວຂອງມວນມະນຸດ, ບ່ອນທີ່ປະຊາຊົນທັງເປັັນເຈົ້າກຳ, ທັງເປັນຜູ້ຊົມໃຊ້ບັນດາໝາກຜົນຂອງວິວັດການປ່ຽນແປງໃໝ່.

ຮັບປະກັນຄວາມປອດໄພຂອງຂໍ້ມູນ, ພັດທະນາວັດທະນະທຳດີຈີຕອນ - ພື້ນຖານຈິດໃຈຂອງການຫັນເປັນດີຈີຕອນ

ຮ່າງກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ບໍ່ພຽງແຕ່ສຸມໃສ່ເຂົ້າໃນການສ້າງພື້ນຖານໂຄງລ່າງ ຫຼື ເຕັກໂນໂລຢີ ເທົ່ານັ້ນ ຫາກຍັງມຸ່ງໄປເຖິງຮູບແບບຈີນຕະນາການ, ວິທີການຜະລິດ ແລະ ການດຳລົງຊີວິດທາງດ້ານວັດທະນະທຳ - ສັງຄົມອີກດ້ວຍ. ພິເສດ, ເລື່ອງມີມາດຕາສະເພາະ ທີ13 ວ່າດ້ວຍການກຳນົດກ່ຽວກັບການພັດທະນາວັດທະນະທຳດີຈີຕອນແມ່ນບາດກ້າວເດີນໃຫຍ່, ສະແດງໃຫ້ເຫັນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກ່ຽວກັບເລື່ອງ ຖືວັດທະນະທຳເປັນພື້ນຖານຈິດໃຈ, ລະບົບດັດສົມການພັດທະນາແບບຍືນຍົງ.

ພ້ອມກັນນັ້ນ, ກົດໝາຍເພີ່ມທະວີ ການສຶກສາທັກສະດີຈີຕອນ, ນຳເນື້ອໃນນີ້ເຂົ້າໂຮງຮຽນ, ປະກາດໃຊ້ມາດຖານຄວາມສາມາດດ້ານດີຈີຕອນແຫ່ງຊາດ. ຕາມທ່ານ ຫງວຽນກວາງຮວນ ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນແລ້ວ, ເລື່ອງນຳການສຶກສາວັດທະນະທຳດີຈີຕອນ ເຂົ້າໂຄງການບຳລຸງສ້າງຊັບພະຍາກອມມະນຸດດີຈີຕອນ, ເພື່ອແນໃສ່ສ້າງພົນລະເມືອງດີຈີຕອນທີ່ມີວັດທະນະທຳ, ມີຄວາມຮັບຜິດຊອບ ແລະ ຄຸນສົມບັດໃນອິນເຕີເນັດ. ທ່ານໃຫ້ຮູ້ວ່າ:

ໜຶ່ງໃນບັນດາເສົາຄ້ຳເພື່ອພັດທະນາສັງຄົມດີຈີຕອນຕ້ອງມີມະນຸດ, ພື້ນຖານໂຄງລ່າງ, ຮັບປະກັນພື້ນຖານໂຄງລ່າງດີຈີຕອນດັ່ງກ່າວຕ້ອງໄດ້ຮັກສາ, ມີການເຄື່ອນໄຫວເປັນປົກກະຕິ ແລະ ມະນຸດມີໂອກາດສະແດງຄວາມເກັ່ງກ້າສາມາດ, ໄດ້ເຂົ້າຮ່ວມວິວັດການຫັນເປັນດີຈີຕອນຢ່າງເລິກເຊິ່ງກວ້າງຂວາງ.

ກົດໝາຍວ່າດ້ວຍການຫັນເປັນດີຈີຕອນບໍ່ພຽງແຕ່ສ້າງພື້ນຖານນິຕິກຳໃຫ້ແກ່ວິວັດການຫັນເປັນດີຈີຕອນແຫ່ງຊາດ ເທົ່ານັ້ນ, ຫາກຍັງຢັ້ງຢືນວິໄສທັດຂອງ ຫວຽດນາມ ໃນການສ້າງສັງຄົມດີຈີຕອນປອດໄພ, ມີວັດທະນະທຳມະນຸດ, ເພື່ອມະນຸດ. ນີ້ແມ່ນບາດກ້າວທີ່ຈຳເປັນເພື່ອນຳເຕັກໂນໂລຢີຮັບໃຊ້ການພັດທະນາ, ເພື່ອການຫັນເປັນດີຈີຕອນກາຍເປັນກຳລັງໜູນໃໝ່ບົນເສັ້ນທາງຫັນປະເທດຊາດເປັນທັນສະໄໝ.

(ແຫຼ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດຂຽນ “ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອພັດທະນາປະເທດຊາດ”.

Top