ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປ່ຽນແປງໃໝ່ຈີນຕະນາການ, ມີການກະທຳຢ່າງຂ້ຽວຂາດກວ່າ.
ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ພິທີ (ພາບ: dangcongsan.vn)
ຕອນເຊົ້າວັນທີ 12 ພະຈິກ, ຢູ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (1945 – 2025), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປ່ຽນແປງໃໝ່ຈີນຕະນາການ, ມີການກະທຳຢ່າງຂ້ຽວຂາດກວ່າ, ມີປະສິດທິຜົນກວ່າ, ຫັນບັນດາແຜນນະໂຍບາຍຂອງພັກ ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ… ເປັນລະບອບລະບຽບການ.
“ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຂໍ້ມູນຕ້ອງກາຍເປັນກຳລັງໜູນແກ່ນສານ. ນຳວິທະຍາສາດ - ເຕັກໂນໂລຊີ, ຈາກເບ້ຍໄມ້ - ສັດລ້ຽງ, ເຕັກໂນໂລຊີຊີວະຊາດ, ອັດຕະໂນມັດ, ຕະຫຼອດຮອດການຄົ້ນຫາຕົ້ນກຳເນີດ, logistics, ການຄ້າດີຈີຕອນ. ສົ່ງເສີມຮູບແບບ “ນັກວິທະຍາສາດ - ວິສາຫະກິດ - ສະຫະກອນ - ຊາວກະສິກອນ” ພ້ອມກັນເຂົ້າຮ່ວມລະບົບມູນຄ່າ”.
ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ຂະແໜງກະສິກຳ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທາງທິດເໜືອພາງກາງ, ເຂດໄຕງວຽນ, ເຂດແຄມທະເລ. ພ້ອມກັນນັ້ນ, ກໍ່ຕ້ອງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຊີວະພາບ - ມູນຄ່າເພີ່ມສູງ. ສ້າງເຄື່ອງໝາຍການຄ້າແຫ່ງຊາດ, ເປີດກວ້າງຕະຫຼາດ, ເຂົ້າຮ່ວມລະບົບສະໜອງກະສິກຳໂລກ ແລະ ຕະຫຼາດໂລກຢ່າງເລິກເຊິ່ງກວ່າ.
(ແຫຼ່ງຄັດຈາກ VOV)