ມາຮອດປະຈຸບັນ, ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.255 ອັດຖິ ແລະ 03 ເຂດຂຸມຝັງສົບລວມ.
(ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊິ້ນຳຄະນະ 515, ເປັນປະທານກອງປະຊຸມ)
ຕອນເຊົ້າວັນທີ 25 ມິຖຸນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວີດເພື່ອຊາດ (ຄະນະຊີ້ນຳ 515) ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດໜ້າທີ່ໃນ 6 ເດືອນຕົ້ນປີ; ທິດທາງໜ້າທີ່ໃນ 6 ເດືອນທ້າຍປີ 2026. ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊິ້ນຳຄະນະ 515, ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ກ່ຽວກັບໜ້າທີ່ 6 ເດືອນທ້າຍປີ 2026 ແລະ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ ເນັ້ນໜັກເຖິງບຸລິມະສິດຈຸດສຸມແມ່ນໄຈ້ແຍກ, ຕີລາຄາຢ່າງແໜ້ນແຟ້ນ, ມີວິທະຍາສາດ, ຕົວຈິງຂອງສຳເນົາເອກະສານບັ້ນການຕໍ່ສູ້, ບັ້ນຮົບໃຫຍ່ 250 ຄັ້ງ ເພື່ອຊອກຫາ, ທ້ອນໂຮມຢູ່ບັນດາເຂດທີ່ມີຂຸມຝັງສົບລວມ, ຕັດສິນໃຈສູ້ຊົນປະຕິບັດສຳເລັດເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ ເນື່ອງໃນໂອກາດ 80 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ມາຮອດປະຈຸບັນ, ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.255 ອັດຖິ ແລະ 03 ເຂດຂຸມຝັງສົບລວມ. ໃນ 6 ເດືອນທ້າຍປີ, ຄະນະຊີ້ນຳ 515 ໄດ້ວາງເປົ້າໝາຍຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 3.000 ອັດຖິ.
(ແຫຼ່ງຄັດຈາກ VOV)