ການສ້າງຕັ້ງສູນການເງິນສາກົນ ຢູ່ ດ່າໜັງ ພວມເປີດໄລຍະພັດທະນາໃໝ່ໃຫ້ແກ່ໂຄງປະກອບເສດຖະກິດ ຫວຽດນາມ, ພ້ອມທັງດຶງດູດຄວາມສົນໃຈຈາກປະຊາຄົມວິສາຫະກິດສາກົນຫຼາຍພໍສົມຄວນ, ພິເສດ ແມ່ນ ຍີ່ປຸ່ນ. ດ້ວຍທິດທາງກາຍເປັນສູນການເງິນ - ເຕັກໂນໂລຢີຂອງພາກພື້ນ, ດ່າໜັງ ພວມຄ່ອຍໆພົ້ນເດັ່ນຂຶ້ນ ຄືດັ່ງການເລືອກເຟັ້ນຍຸດທະສາດໃນວິໄສທັດຍາວໄກຂອງບັນດານັກລົງທຶນ.
ວາດພາບສູນການເງິນສາກົນ ຢູ່ ດ່າໜັງ (ພາບ: VOV)
ກ່ຽວກັບທາດແທ້, ສູນການເງິນສາກົນ ບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມບັນດາອົງການການເງິນເທົ່ານັ້ນ, ຫາກຍັງແມ່ນລະບົບນິເວດສັງລວມ, ບ່ອນທີ່ລວບລວມກະແສທຶນ, ເຕັກໂນໂລຢີ, ການບໍລິການ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງນຳກັນ ແລະ ກະທົບເຊິ່ງກັນແລະກັນ.
ເລື່ອງ ຫວຽດນາມ ເລືອກເອົາ ດ່າໜັງ ເພື່ອພັດທະນາຮູບແບບນີ້ ໄດ້ສ່ອງແສງໃຫ້ເຫັນທ່າອ່ຽງຫັນປ່ຽນຈຸດສຸມຈາກການເຕີບໂຕແບບເກົ່າ ໄປສູ່ບໍລິເວນເສດຖະກິດໃໝ່, ມີຄວາມສາມາດທົດລອງນະໂຍບາຍ ແລະ ຊຸກຍູ້ນະວັດຕະກຳ. ສຳລັບວິສາຫະກິດ ຍີ່ປຸ່ນ, ນີ້ແມ່ນປັດໄຈທີ່ສ້າງຄວາມດຶງດູດທຳອິດ. ທ່ານ Kowi Hatou, ຜູ້ຕາງໜ້າບໍລິສັດ Nanameue, ເຊິ່ງເປັນບໍລິສັດ startup ທີ່ເຄື່ອນໄຫວໃນຂົງເຂດ Fintech/AI ຖືວ່າ:
“ກົນໄກ sandbox ຢູ່ ດ່າໜັງ ອະນຸຍາດໃຫ້ທົດລອງບັນດາຜະລິດຕະພັນ, ການບໍລິການດ້ານການເງິນໃໝ່ໃນຂອບເຂດຄວບຄຸມ, ສ້າງເປັນ “ເຂດປ້ອງກັນ(Buffer Stock)” ລະຫວ່າງການປ່ຽນແປງໃໝ່ ແລະ ການຄຸ້ມຄອງຄວາມສ່ຽງ. ສິ່ງດັ່ງກ່າວມີຄວາມສຳຄັນພິເສດໃນສະພາບການແກ້ງແຍ້ງເຕັກໂນໂລຢີການເງິນທົ່ວໂລກທີ່ນັບມື້ນັບດຸເດືອດ, ເມື່ອວິສາຫະກິດຕ້ອງການມີສະພາບແວດລ້ອມທີ່ມີໄຫວພິບເພື່ອກວດຢືນຢັນຮູບແບບດຳເນີນທຸລະກິດກ່ອນທີ່ເປີດກວ້າງຂອບຂະໜາດ”.
ດ່າໜັງ ໄດ້ຮັບຄວາມສົນໃຈຈາກນັກລົງທຶນຕ່າງປະເທດຈຳນວນຫຼາຍ
ໄປຄຽງຄູ່ກັນນັ້ນ, ຍຸດທະສາດສ້າງໂຄງປະກອບລະບົບຕ່ອງໂສ້ມູນຄ່າຄືນໃໝ່ ກໍພວມຊຸກຍູ້ວິສາຫະກິດ ຍີ່ປຸ່ນ ຊອກຫາບັນດາສະຖານທີ່ໃໝ່. ຕໍ່ໜ້າບັນດາການຜັນແປດ້ານພູມສາດການເມືອງ ແລະ ຄວາມສ່ຽງທີ່ສຸມໃສ່ລະບົບຕ່ອງໂສ້ການສະໜອງ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ບຸລິມະສິດ ຍ້ອນສະພາບແວດລ້ອມດ້ານການເມືອງເປັນປົກກະຕິ, ເສດຖະກິດເຕີບໂຕສູງ ແລະ ກຳລັງແຮງງານໜຸ່ມ. ທ່ານ Fumiaki Izawa, ຜູ້ອຳນວຍການໃຫຍ່ບໍລິສັດ DGW Asia, ໃຫ້ຂໍ້ສັງເກດວ່າ:
“ດ່າໜັງ ແມ່ນບ່ອນເຕົ້າໂຮມຫຼາຍຊັບພະຍາກອນມະນຸດ IT ໜຸ່ມ ແລະ ມີຄວາມສາມາດຫຼາຍ. ບໍ່ພຽງແຕ່ຕອບສະໜອງບັນດາໂຄງການສຳລັບຕະຫຼາດ ຍີ່ປຸ່ນເທົ່ານັ້ນ, ຫາກຍັງມີຄວາມສາມາດຢ່າງພຽງພໍເພື່ອເຂົ້າຮ່ວມບັນດາໂຄງການທົ່ວໂລກ. ຍ້ອນມີການໜູນຊ່ວຍຈາກບັນດາຮາກຖານການສຶກສາ ແລະ ອຳນາດການປົກຄອງ, ດ່າໜັງ ພວມຢັ້ງຢືນຖານະບົດບາດເປັນນະຄອນເຕັກໂນໂລຢີ ເທື່ອລະກ້າວ. ພວກຂ້າພະເຈົ້າຮູ້ສຶກວ່າ ນີ້ແມ່ນສະຖານທີ່ເໝາະສົມເພື່ອລົງທຶນໄລຍະຍາວ”.
ໄປຄຽງຄູ່ປັດໄຈລະບອບລະບຽບການ, ທ່າໄດ້ປຽບກ່ຽວກັບບໍລິເວນເສດຖະກິດ ກໍສວມບົດບາດສຳຄັນ. ພາຍຫຼັງວິວັດການເປີດກວ້າງເຂດແດນ ແລະ ຍົກລະດັບພື້ນຖານໂຄງລ່າງ, ດ່າໜັງ ບໍ່ພຽງແຕ່ແມ່ນນະຄອນທ່ອງທ່ຽວເທົ່ານັ້ນ ຫາກພວມຫັນເປັນສູນເສດຖະກິດສັງລວມ, ມີຄວາມສາມາດຢ່າງພຽງພໍເພື່ອຮັບເອົາບັນດາໂຄງການການເງິນທີ່ມີຂອບຂະໜາດໃຫຍ່ອີກດ້ວຍ.
ລະບົບທ່າກຳປັນທະເລ, ສະໜາມບິນສາກົນ ແລະ ຕາໜ່າງ Logistics ນັບມື້ນັບໄດ້ຮັບການປັບປຸງ ໄດ້ຊ່ວຍເພີ່ມທະວີການເຊື່ອມຕໍ່ກັບບັນດາສູນເສດຖະກິດໃນພາກພື້ນ, ຜ່ານນັ້ນ ກໍຫຼຸດຜ່ອນຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ຍົກສູງປະສິດທິຜົນການນຳໃຊ້ທຶນ. ຈາກແງ່ມູມເສດຖະກິດຕົວເມືອງ, ນີ້ແມ່ນເງື່ອນໄຂທີ່ຕ້ອງມີເພື່ອສ້າງບັນດາກຸ່ມຂະແໜງການເງິນ - ເຕັກໂນໂລຢີ. ທ່ານ Keiji Hirayama, ຜູ້ອຳນວຍການໃຫຍ່ Haseagawa Vietnam, ຢັ້ງຢືນວ່າ:
“ພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງໃນຫຼາຍປີຢູ່ແຂວງ ກວາງນາມ ເມື່ອໂຮມເຂົ້າກັບ ດ່າໜັງ ໄດ້ຊ່ວຍເຊື່ອມຕໍ່ຊັບພະຍາກອນມະນຸດ, ໂຄງລ່າງ, ການບໍລິຫານສະດວກ ແລະ ມີປະສິດທິຜົນກວ່າ. ເມື່ອທົ່ວເຂດເຊື່ອມຕໍ່ເຂົ້າກັນເປັນເຂດເອກະພາບນັ້ນ, ການເລືອກເຟັ້ນ ແລະ ໂອກາດທີ່ສະຫງວນໃຫ້ວິສາຫະກິດ ກໍ່ຈະ ຮັບການເປີດກວ້າງກວ່າຢ່າງແນ່ນອນ. ພວກຂ້າພະເຈົ້າເຫັນວ່າ ການໂຮມສອງແຂວງເຂົ້າກັນແມ່ນໂອກາດອັນໃຫຍ່ຫຼວງເພື່ອໃຫ້ ດ່າໜັງ ພັດທະນາ”.
ດ່າໜັງ ແມ່ນນະຄອນທີ່ດູດດື່ມ ດຶງດູດກະແສເງິນລົງທຶນຕ່າງປະເທດທີ່ມີຄຸນນະພາບສູງ
ພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ກໍປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ກະແສເງິນລົງທຶນ. ໃນສະພາບການ ດ່າໜັງ ເລີ່ມນຳສູນການເງິນສາກົນເຂົ້າເຄື່ອນໄຫວ, ອຳນາດການປົກຄອງນະຄອນ ຍາມໃດກໍໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ໃນນັ້ນ ມີບັນດານັກລົງທຶນ ຍີ່ປຸ່ນ. ທ່ານ ດັ້ງດິ່ງດຶກ, ຮອງປະທານຜູ້ປະຈຳການອົງການບໍລິຫານສູນການເງິນສາກົນ ປະຈຳ ດ່າໜັງ ໃຫ້ຄຳໝັ້ນສັນຍາວ່າ:
“ອຳນາດການປົກຄອງນະຄອນ ດ່າໜັງ ຈະຮ່ວມເດີນທາງພ້ອມກັບນັກລົງທຶນ. ອົງການບໍລິຫານສູນການເງິນສາກົນ ດ່າໜັງ ຈະຜັນຂະຫຍາຍກົນໄກປະຕູດຽວ, ຫົວເງື່ອນດຽວ, ຮັບປະກັນໃຫ້ບັນດາລະບຽບການທີ່ກ່ຽວຂ້ອງເຖິງການລົງທຶນ, ການເງິນ, ການເຂົ້າ - ອອກເມືອງ, ການພັກເຊົາ… ໃຫ້ແກ່ນັກລົງທຶນ, ນັກຊ່ຽວຊານ, ລູກຄ້າສາກົນ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຈະແຈ້ງ”.
ຄວາມສົນໃຈຂອງວິສາຫະກິດ ຍີ່ປຸ່ນ ສຳລັບສູນການເງິນສາກົນຢູ່ ດ່າໜັງ ແມ່ນຜົນແຫ່ງການເຕົ້າໂຮມຫຼາຍປັດໄຈ, ເຊັ່ນ: ທ່າໄດ້ປຽບດ້ານລະບອບລະບຽບການ, ບໍລິເວນພັດທະນາ, ສາຍພົວພັນສອງຝ່າຍ ແລະ ທ່າອ່ຽງສ້າງໂຄງປະກອບລະບົບຕ່ອງໂສ້ມູນຄ່າທົ່ວໂລກຄືນໃໝ່. ໃນສະພາບການແກ້ງແຍ້ງດຶງດູດທຶນທີ່ນັບມື້ນັບດຸເດືອດນັ້ນ, ຄວາມສົນໃຈນີ້ ບໍ່ພຽງແຕ່ຊ່ວຍໃຫ້ ດ່າໜັງ ບຸກທະລຸເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ວິວັດທະນາການຫັນປ່ຽນຮູບແບບການເຕີບໂຕຂອງ ຫວຽດນາມ ໄປຕາມທິດທັນສະໄໝ, ຍືນຍົງ ແລະ ມີມູນຄ່າເພີ່ມສູງ./.