ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ປັບປຸງການພົວພັນອັນອົບອຸ່ນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາລວມ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າ
ໜັງສືພິມ “Koh Santepheap” ໄດ້ໃຫ້ຂ່າວກ່ອນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)
ກ່ອນເວລາການຢ້ຽມຢາມທາງລັດຖະກິດປະເທດລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 06 ກຸມພາ, ໃນຊຸມມື້ຜ່ານມາ, ມີຫຼາຍອົງການສື່ມວນຊົນຂອງ ກຳປູເຈຍ ໄດ້ລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທີ່ຈະມາເຖິງຂອງທ່ານເລຂາທິການໃຫຍ່ ໂຕເລິມ.
ສຳນັກຂ່າວສານ ກຳປູເຈຍ (AKP) ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ປັບປຸງການພົວພັນອັນອົບອຸ່ນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາລວມ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າ ຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ເພື່ອການພັດທະນາຢ່າງວັດທະນາຖາວອນ” ຂອງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.
ໜັງສືພິມ “Koh Santepheap” ໄດ້ໃສ່ໃຈວ່າ ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວພວມແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍ ດ້ວຍລະດັບເຕີບໂຕເປັນປົກກະຕິ. ວົງເງິນການຄ້າ 2 ສົ້ນບັນລຸ 11,33 ຕື້ USD ໃນປີ 2025. ແລະ 2 ຝ່າຍສູ້ຊົນໃຫ້ບັນລຸວົງເງິນການຄ້າ 2 ຝ່າຍເປັນ 20 ຕື້ USD ໂດຍໄວ.
ໃນຂະນະນັ້ນ, ໜັງສືພິມ “Kampuchea Thmey Daily” ໄດ້ເນັ້ນໜັກວ່າ ການຢ້ຽມຢາມແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງເປັນຢ່າງສູງຂອງການນຳ 2 ພັກ, 2 ລັດໃນເລື່ອງ ນຳການພົວພັນໃຫ້ພັດທະນາຕາມທິດນັບມື້ນັບແທ້ຈິງ, ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)