• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.
ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ (ພາບ: TTXVN)

ວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ  ແລະ ທ່ານ ບຸນຍັງ ວໍລະຈິດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ກໍສະແດງຄວາມປາດຖະໜາວ່າ ບັນດາສະຫາຍອະດີດການນຳ ລາວ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່, ປະກອບສ່ວນ ແລະ ແບ່ງປັນບົດຮຽນອັນລ້ຳຄ່າໃຫ້ແກ່ການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ບຸນຍັງ ວໍລະຈິດ (ພາບ: TTXVN)

ບັນດາສະຫາຍອະດີດການນຳ ລາວ ປາດຖະໜາວ່າ ບັນດາການນຳລຸ້ນສືບທອດຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດນີ້ ເພື່ອຍົກສູງປະສິດທິຜົນການຮ່ວມມື ແລະ ຜັນຂະຫາຍສັນຍາ, ຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນຢ່າງບໍ່ຢຸດຢັ້ງ; ພິເສດແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ, ໂຄສະນາໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ, ກ່ຽວກັບມູນເຊື້ອສາຍພົວພັນຜູກພັນອັນສະໜິດແໜ້ນລະຫວ່າງສອງຊາດ ລາວ - ຫວຽດນາມ ທີ່ມີມາແຕ່ດົນນານ.

ກໍໃນວັນດຽວກັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວລາວ ຈັດພິທີໄຂສັບປະດາຟິມຮູບເງົາ ຫວຽດນາມ ຢູ່ ລາວ ແລະ ງານວາງສະແດງກ່ຽວກັບສາຍພົວພັນສອງປະເທດ. ເຊິ່ງຈະດຳເນີນຮອດວັນທີ 06 ທັນວາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ກະ​ສັດ ບ​ຣູ​ໄນ Darussalam Haji Hassanal Bolkiah ສິ້ນ​ສຸດ​ການ​ຢ້ຽມ​ຢາມທາງ​ລັ​ດຖະ​ກິດ ຢູ່ ຫວຽດ​ນາມ

ກະ​ສັດ ບ​ຣູ​ໄນ Darussalam Haji Hassanal Bolkiah ສິ້ນ​ສຸດ​ການ​ຢ້ຽມ​ຢາມທາງ​ລັ​ດຖະ​ກິດ ຢູ່ ຫວຽດ​ນາມ

ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣູໄນ Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.

Top