ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມປາດຖະໜາຢາກອາເມລິກາ ສືບຕໍ່ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອດບ້ານຢ່າງມີປະສິດທິຜົນ, ນຳການພົວພັນສອງປະເທດພັດທະນານັບມື້ນັບແທ້ຈິງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ ຮຸງກາວຜູ້ຮັກສາການລັດຖະມົນຕີກະຊວງທະຫານເຮືອ ອາເມລິກາ (ພາບ: TTXVN)
ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ຮຸງກາວຜູ້ຮັກສາການລັດຖະມົນຕີກະຊວງທະຫານເຮືອ ອາເມລິກາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມຂອງທ່ານ ຮຸງກາວ ແລະ ຄະນະປະຕິບັດງານ, ເນື່ອງໃນໂອກາດມາເຂົ້າຮ່ວມໂຄງການຄູ່ຮ່ວມມປາຊີຟິກ - ເພື່ອນມິດປາຊີຟິກ 2026 (PP-PF26). ໂດຍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີລະດັບສຳຄັນຍຸດທະສາດແຖວໜ້າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມປາດຖະໜາຢາກອາເມລິກາ ສືບຕໍ່ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອດບ້ານຢ່າງມີປະສິດທິຜົນ, ນຳການພົວພັນສອງປະເທດພັດທະນານັບມື້ນັບແທ້ຈິງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໂລກ.
ສ່ວນທ່ານ ຮຸງກາວ ຖືເປັນສຳຄັນການພົວພັນ ກັບ ຫວຽດນາມ, ທ່ານສະໜັບສະໜູນປະເທດຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ສວມບົດບາດນັບມື້ນັບສຳຄັນໃນພາກພື້ນ. ທ່ານສະແດງຄວາມປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງໃນການເດີນເຮືອ, ຍົກສູງຄວາມສາມາດ, ໜູນຊ່ວຍດ້ານມະນຸດສະທຳ, ຮັບມືກັບໄພທຳມະຊາດ ແລະ ບັນດາສິ່ງທ້າທາຍລວມຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)