• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ກັບສຳນັກ ວາຕີກັງ

ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມທີີິ່ມີຕໍ່ການພັດທະນາລວມຂອງປະເທດ ຫວຽດນາມ.
ກຸ່ມປະຕິບັດງານ ຫວຽດນາມ - ສຳນັກ ວາຕີກັງ (ພາບ: ກະຊວງການຕ່າງປະເທດ)

ທີ່ກອງປະຊຸມຄັ້ງທີ 12 ຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ ວາຕີກັງ ທີ່ຈັດຂຶ້ນໃນວັນທີ 12 ກັນຍາ, ຢູ່ ວາຕີກັງ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ພະຄຸນເຈົ້າ Mirosław Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ເປັນຫົວໜ້າຄະນະສຳນັກ ວາຕີກັງ.

ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມທີີິ່ມີຕໍ່ການພັດທະນາລວມຂອງປະເທດ ຫວຽດນາມ. 2 ຝ່າຍສະແດງຄວາມປິຕິຊົມຊື່ນກ່ຽວກັບຄວາມຄືບໜ້າທີ່ບັນລຸໄດ້ໃນການພົວພັນ 2 ຝ່າຍ, ນັບແຕ່ກອງປະຊຸມຄັ້ງທີ 11 ຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ ວາຕີກັງ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອເດືອນ ເມສາ 2024. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເຫັນດີຈະສືບຕໍ່ຈັດກອງປະຊຸມປະຈຳໄລຍະຂອງກຸ່ມປະຕິບັດງານສະສົມ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top