ເຖິງວ່າອາຫານຂອງແຕ່ລະປະເທດມີລົດຊາດສະເພາະກໍ່ຕາມ, ແຕ່ອາຫານຂອງ ອາຊີຕາເວັນອອກສ່ຽງໃຕ້ ຍັງມີຈຸດລວມທີ່ເປັນເອກະລັກສະເພາະ.
(ຮ້ານວາງສະແດງຂອງ ອິນໂດເນເຊຍ)
ອາຊຽນ ແມ່ນເຂດມີສີສັນຫຼາກຫຼາຍ, ແຫ່ງທີ່ອາຫານການກິນບໍ່ພຽງແຕ່ແມ່ນເຍື່ອງອາຫານເທົ່ານັ້ນ ຫາກຍັງແມ່ນເລື່ອງລາວກ່ຽວກັບປະຫວັດສາດ, ສາສະໜາ ແລະ ວັດທະນະທຳຂອງແຕ່ລະປະເທດ. ໃນບັນຍາກາດອັນຄຶກຄຶ້ນຂອງງານມະໂຫລານວັດທະນະທຳອາຫານການກິນສາກົນ 2025 ທີ່ຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ ໃນທ້າຍເດືອນ ພະຈິກ ນັ້ນ, ຮູບພາບທີ່ມີສີສັນຫຼາກຫຼາຍນັ້ນ ອີກຄັ້ງໜຶ່ງໄດ້ປະກົດຂຶ້ນໃໝ່ຢ່າງມີຊີວິດຊີວາ. ຢູ່ເຂດບັນດາຮ້ານອາຫານຂອງ ອາຊຽນ, ແຂກທ່ອງທ່ຽວສາມາດຮູ້ສຶກໄດ້ເຖິງຈິດໃຈຂອງພາກພື້ນນີ້ຢ່າງຄົບຖ້ວນຜ່ານເຍື່ອງອາຫານ, ລົດຊາດ ແລະ ຄວາມຮັກແພງແຂກຄົນຂອງແຕ່ລະປະເທດ.
ຢູ່ເຂດ “ເຮືອນລວມ ອາຊຽນ”, 11 ປະເທດ (ລວມທັງ Timor Leste) ກໍ່ໄດ້ເຂົ້າຮ່ວມ ດ້ວຍຮ້ານວາງສະແດງນ້ອຍໆງາມໆ, ແຕ່ລະຮ້ານກວ້າງປະມານ 3 ຕາແມັດ ແຕ່ເຫຼືອງເຫຼື້ອມດ້ວຍສີສັນທີ່ເປັນເອກະລັກສະເພາະ. ຫວຽດນາມ ສົດໃສດ້ວຍສີຂຽວຂອງໃບຕອງຈິງ, ເຂົ້າໜົມເຂົ້າເໝົ້າ; ອິນໂດເນເຊຍ ພົ້ນເດັ່ນດ້ວຍສີແດງ - ຂາວ ແລະ ແພ bantik; ມາເລເຊຍ ແລະ Timor Leste ດຶງດູດໃຈດ້ວຍຊຸດອາພອນປະຈຳຊາດ… ທຸກສິ່ງເຫຼົ່ານັ້ນໄດ້ສ້າງເປັນຮູບພາບ ອາຊຽນ ທີ່ມີຫຼາຍຮູບຫຼາຍແບບ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ.
ເມື່ອມາຢ້ຽມຢາມຮ້ານຂອງບັນດາປະເທດ ອາຊຽນ, ແຂກທ່ອງທ່ຽວສາມາດຮັບຮູ້ໄດ້ວັດທະນະທຳ ອິດສະລາມໄດ້ຢ່າງງ່າຍດາຍຜ່ານບັນດາເຍື່ອງອາຫານ Halal ທີ່ໄດ້ຮັບການກະກຽມຢ່າງລະອຽດລະອໍ, ກິ່ນຫອມຂອງເຂົ້າຜັດ nasi goreng, ໝໍ້ນ້ຳຊຸບລູກຊີ້ນງົວ bakso ຫຼື ໄກ່ປີ້ງ sate ayam... ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຊິມ. ໃນຮ້ານ , ບັນດາເອື້ອຍນ້ອງມາຈາກສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ຄົນລະວຽກເພື່ອກະກຽມອາຫານໃຫ້ແຂກມາຢາມ. ທ່ານນາງ Made Santi Ratnasari, ອັກຄະລັດຖະທູດທີ່ປຶກສາ ຜູ້ຮັບຜິດຊອບດ້ານວັດທະນະທຳ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ແບ່ງປັນວ່າ:
“ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນຍ້ອນໃນມື້ນີ້ ບໍ່ພຽງແຕ່ມີບັນດາຊາວ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງມີຊາວ ຫວຽດນາມ ແລະ ແຂກທ່ອງທ່ຽວສາກົນຫຼາຍຄົນກໍ່ແວ່ຢາມຮ້ານຂອງ ອິນໂດເນເຊຍ, ພິເສດແມ່ນບັນດາຜູ້ທີ່ຢາກຊອກຫາເຍື່ອງອາຫານ Halal. ຂ້າພະເຈົ້າເຫັນວ່າ sate ayam ແລະ bakso ແມ່ນເຍື່ອງອາຫານ ທີ່ມີຫຼາຍຄົນມັກກິ່ນ
ອອກຈາກຮ້ານຂອງ ອິນໂດເນເຊຍ, ແຂກຄົນກໍ່ໄປຍັງຮ້ານຂອງ ມາເລເຊຍ ເພື່ອລໍຖ້າຊິມເຍື່ອງອາຫານ nasi lemak - ເຊິ່ງແມ່ນເຍື່ອງອາຫານ “ທີ່ເປັນເອກະລັກສະເພາະຂອງຊາດ” ດ້ວຍເຂົ້າໝາກພ້າວມັນໆ ແລະ ຊອດ sambal ເພັດໆ, ເອື້ອຍ Safura Niza Othman ທັງກະກຽມອາຫານ, ທັງແບ່ງປັນກ່ຽວກັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະເຊິ່ງ ມາເລເຊຍ ນຳມາງານບຸນ ຄັ້ງນີ້.
“ມື້ນີ້, ຂ້າພະເຈົ້າໄດ້ນຳເອົາເຍື່ອງອາຫານເຂົ້າທີ່ມີຊື່ສຽງນັ້ນແມ່ນ nasi lemak, sate ayam ແລະ ຊາ “teh tarik”. ໃນນັ້ນ, nasi lemak, ແມ່ນອາຫານປະຈຳວັນຂອງ ມາເລເຊຍ, ເຊິ່ງປະຊາຊົນທັງກິນໃນຄາບອາຫານເຊົ້າ, ຄາບອາຫານທ່ຽງ ແລະ ຄາບອາຫານແລງ”.
ເຖິງວ່າອາຫານຂອງແຕ່ລະປະເທດມີລົດຊາດສະເພາະກໍ່ຕາມ, ແຕ່ອາຫານຂອງ ອາຊີຕາເວັນອອກສ່ຽງໃຕ້ ຍັງມີຈຸດລວມທີ່ເປັນເອກະລັກສະເພາະ. ສິ່ງດັ່ງກ່າວແມ່ນເລີ່ມມາຈາກວັດທະນະທຳເຂົ້ານາທາມທີ່ມີມາແຕ່ດົນນານ. ຢູ່ຫຼາຍຮ້ານຂອງບັນດາປະເທດ ອາຊຽນ, ແຂກສາມາດພົບເຫັນບັນດາເຍື່ອງອາຫານທີ່ປຸງແຕ່ງຈາກເຂົ້າໜຽວ, ຄື: ເຂົ້າໜຽວ ໄຂ່ປິ້ງຂອງ ລາວ, ເຂົ້າໜຽວໝາກມ່ວງຂອງ ໄທ ຫຼື ເຂົ້າເໝົ້າໜຽວຫອມຂອງ ຫວຽດນາມ… . ທ່ານ Aadit Samphaiworakit, ອັກຄະລັດຖະທູດທີ່ປຶກສາ, ສະຖານທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
“ເຍື່ອງອາຫານຂອງ ໄທ ມີຊື່ສຽງທີສຸດແລະ ພວກຂ້າພະເຈົ້າມີຫຼາຍຈຸດທີ່ຄ້າຍຄືກັນກັບອາຫານຂອງ ຫວຽດນາມ. ພວກເຮົາໄດ້ນຳໃຊ້ບັນດາເຄື່ອງເທດເຄື່ອງປຸງທີ່ຄ້າຍຄືກັນຄືນ້ຳປາ ເພື່ອແຕ່ງອາຫານ. ໃນມື້ນີ້, ພວກຂ້າພະເຈົ້າໄດ້ກະກຽມບັນດາເຍື່ອງອາຫານ ຄື: ເຂົ້າໜຽວໝາກມ່ວງ, ຊາໄທ, ຜັດໄທ ແລະ ພວກຂ້າພະເຈົ້າໄດ້ຂາຍອາຫານເຄື່ອງດຶ່ມໝົດແລ້ວໃນເຊົ້າດຽວເທົ່ານັ້ນ”.
ເຍື່ອງອາຫານຂອງບັນດາປະເທດ ອາຊຽນທີ່ງານບຸນ ໄດ້ຊ່ວຍໃຫ້ແຂກມາຢ້ຽມຊົມ ທັງໄດ້ຊິມລົດຊາດ, ທັງໄດ້ຄົ້ນຫາ ແລະ ຍ້ອງຍໍອາຫານຫຼາກຫຼາຍໃນບໍລິເວນອາຫານພາກພື້ນ.
“ນີ້ແມ່ນຈອກເບຍຂອງ ລາວ ແລະ ຊີ້ນປີ້ງຂອງ ຟີລິບປິນ. ເບຍ ລາວ ມີລົດຊາດເຂັ້ມກວ່າໜ້ອຍໜຶ່ງເມື່ອທຽບໃສ່ເບຍຂອງ ຫວຽດນາມ. ສ່ວນຊີ້ນປິ້ງຂອງ ຟີລິບປິນມີມັນຫຼາຍ, ປີ້ງກັບນ້ຳຊອດແຊບ, ຫວານໜ້ອຍໜຶ່ງ, ແມ່ນລົດຊາດທີ່ນ້ອງມັກ. ປີໃດນ້ອງກໍ່ເຂົ້າຮ່ວມງານບຸນອາຫານເພື່ອຊື້”.
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນມາແຫ່ງນີ້ສາມາດໄດ້ຊິມບັນດາເຍື່ອງອາຫານຂອງຫຼາຍປະເທດໃນໂລກ. ຂ້າພະເຈົ້າກໍ່ມັກເຍື່ອງອາຫານ Bahwan jagung ເປັນພິເສດ. ນັ້ນແມ່ນເຍື່ອງອາຫານທີ່ງ່າຍໆແຕ່ພິເສດທີ່ສຸດ, ທັງແຊບຫຼາຍ”.
ນອກຈາກອາຫານການກິນ, ບັນດາປະເທດ ອາຊຽນ ຍັງເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ, ສະແດງສິລະປະ ແລະ ວາງສະແດງວັດທະນະທຳອີກດ້ວຍ. ແຂກເຂົ້າຮ່ວມສາມາດຊອກຮູ້ຕື່ມກ່ຽວກັບຮີດຄອງປະເພນີທີ່ເປັນເອກະລັກສະເພາະ, ຖ່າຍຮູບກັບຊຸດອາພອນປະຈຳຊາດ ແລະ ໂອ້ລົມກັບຜູ້ຕາງໜ້າຂອງແຕ່ລະປະເທດອີກດ້ວຍ. ງານບຸນອາຫານປີນີ້ ອີກເທື່ອໜຶ່ງໄດ້ເປັນການຢືນຢັນຄວາມດຶງດູດໃຈຂອງວັດທະນະທຳ ອາຫານການກິນ ອາຊຽນ, ແຫ່ງທີ່ອາຫານແຕ່ລະເຍື່ອງລ້ວນແຕ່ແມ່ນເລື່ອງລາວ, ແມ່ນການເດີນທາງຄົ້ນຫາ.