ບາງຕອນໃນສານຂຽນວ່າ:
ສະຫາຍ ໂຕເລີມ ທີ່ເຄົາລົບຮັກ,
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ສະໄໝທີ XIV, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄວາມຊົມເຊີຍຢ່າງສະນິດສະນົມທີ່ສຸດມາຍັງສະຫາຍ. ການທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຕື່ມອີກໜຶ່ງສະໄໝນັ້ນ ແມ່ນສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ການອຸທິດເຫື່ອແຮງ ແລະ ສະຕິປັນຍາອັນສະຫຼາດສ່ອງໃສ, ຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນອັນອຸດົມສົມບູນ ຂອງສະຫາຍ ໃນການຊີ້ນຳ-ນຳພາ ຕະຫຼອດໄລຍະຜ່ານມາ.
ພວກເຮົາ ຂໍຢືນຢັນວ່າ ຈະຮ່ວມກັບ ສະຫາຍ ແລະ ຄະນະນຳຊຸດໃໝ່ ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ປົກປັກຮັກສາ, ຖະໜອມຫອມຮັກ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຫັນເປັນຍຸດທະສາດຮ່ວມກັນ ລະຫວ່າງ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ໃນໜ້າທີ່ອັນສູງສົ່ງຂອງສະຫາຍ.
ຂ້າພະເຈົ້າ ມີຄວາມປາດຖະໜາຢ່າງຍິ່ງທີ່ຈະໄດ້ພົບກັບ ສະຫາຍ ຢູ່ທີ່ ຫວຽດນາມ ໃນໄວໆນີ້ ເພື່ອພວກເຮົາຈະໄດ້ສືບຕໍ່ແລກປ່ຽນ, ປຶກສາຫາລື ແລະ ວາງທິດທາງການຈັດຕັ້ງປະຕິບັດການຫັນເປັນຍຸດທະສາດຮ່ວມກັນ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ເພື່ອພ້ອມກັນກ້າວເຂົ້າສູ່ສັກກະລາດແຫ່ງການພັດທະນາໃໝ່ຢ່າງໜັກແໜ້ນ.
VNA/VNP