• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.
ໜັງສືພິມ ປະຊາຊົນ ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ” (ພາບ: TTXVN)

ຕາມບົດຂຽນແລ້ວ, ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ການຮ່ວມມືສອງຝ່າຍ ລາວ - ຫວຽດນາມ ໄລຍະ 2021 – 2025 ບັນລຸໄດ້ຜົນງານສຳຄັນໃນຫຼາຍດ້ານ. ການພົວພັນດ້ານການເມືອງ - ການຕ່າງປະເທດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ສ່ອງແສງລະດັບຄວາມໄວ້ວາງໃຈດ້ານການເມືອງສູງ ແລະ ຄວາມຕັດສິນໃຈລວມຂອງສອງພັກ, ສອງລັດໃນການຍົກລະດັບການພົວພັນແບບພິເສດ ລາວ - ຫວຽດນາມ, ຕອບສະໜອງຜົນປະໂຫຍດອັນແທດຈິງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

        ໜັງສືພິມ ປະຊາຊົນ ໃຫ້ຮູ້ວ່າ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເປີດກວ້າງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນລາວ - ຫວຽດນາມ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ. ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຜູ້ຮັບເໝົາທີ່ສຳຄັນແຖວໜ້າຢູ່ ລາວ; ມູນຄ່າການຄ້າສອງຝ່າຍໃນປີ 2025 ບັນລຸເກືອບ 3 ຕື້ USD, ສ້າງພື້ນຖານເພື່ອໃຫ້ສອງປະເທດສູ້ຊົນບັນລຸເປົ້າໝາຍ 5 ຕື້ USD ດັ່ງທີ່ໄດ້ວາງອອກໂດຍໄວ. ໜັງສືພິມປະຊາຊົນກໍໃຫ້ຮູ້ວ່າ ໃນຂົງເຂດວັດທະນະທຳ - ສັງຄົມ, ສອງຝ່າຍກໍໄດ້ມີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ໃນຂົງເຂດການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ສອງຝ່າຍສືບຕໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດ, ເອົາໃຈໃສ່ເຖິງການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການຮ່ວມມື./.

​(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ສູງ ອາມ​ເລິ​ກາ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດ​ກ້ວ​າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ປະ​ທານ​ສະ​ພາ​ສູງ ອາມ​ເລິ​ກາ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດ​ກ້ວ​າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ທ່ານປະທານສະພາສູງ ອາເມລິກາ ໃຫ້ຮູ້ວ່າ:ທ່ານມີຄວາມປະທັບໃຈຕໍ່ການໄປຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາປີ 2025...

Top