ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 ໄດ້ດຳເນີນພິທີປິດໃນວັນທີ 01 ພະຈິກ ຢູ່ນະຄອນ Gyeongju, ສ.ເກົາຫຼີ.
ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 (ພາບ: TTXVN)
ຫົວຂໍ້ຂອງວາລະປະຊຸມແມ່ນ “ວິໄສທັດ ອາຊີ - ປາຊີຟິກ ກຽມພ້ອມໃຫ້ແກ່ບັນດາການປ່ຽນແປງໃນອະນາຄົດ”, ສຸມໃສ່ປຶກສາຫາລືບັນດາບັນຫາໃຫຍ່ ເຊິ່ງໂລກພວມປະເຊີນໜ້າ, ລວມມີ: ການພັດທະນາເຕັກໂນໂລຢີປັນຍາປະດິດ (AI) ແລະ ບັນດາການປ່ຽນແປງກ່ຽວກັບກົນໄກປະຊາກອນ ຍ້ອນອັດຕາການເກີດຕ່ຳ ແລະ ປະຊາກອນມີອາຍຸສູງກວມເອົາສ່ວນຫຼາຍ, ບັນດາສິ່ງທ້າທາຍລວມຂອງພາກພື້ນ ອາຊີ - ປາຊີຟິກ.
ວາລະປະຊຸມໄດ້ດຳເນີນຕາມຮູບແບບແລກປ່ຽນຄຳເຫັນຕາມອັດທະຍາໄສ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງສາຍພົວພັນລະຫວ່າງບັນດາການນຳ APEC ເຊິ່ງບໍ່ຖືກບັງຄັບດ້ວຍລະບຽບການ. ທ່ານເລຂາທິການໃຫຍ່ ສ.ເກົາຫຼີ Lee Jae Myung ແນະນຳຂໍ້ລິເລີ່ມທີ່ມີຊື່ວ່າ “ສັງຄົມ AI ໃຫ້ແກ່ປະຊາຊົນທຸກຄົນ”, ດ້ວຍຈຸດປະສົງມຸ່ງໄປເຖິງສັງຄົມ AI ທົ່ວໂລກ, ບ່ອນທີ່ທຸກຄົນລ້ວນແຕ່ມີໂອກາດໄດ້ຊົມໃຊ້ຜົນປະໂຫຍດຈາກຄວາມກ້າວໜ້າຂອງເຕັກໂນໂລຢີຢ່າງຍຸຕິທຳ.
ກອງປະຊຸມໄດ້ຮັບຮອງເອົາ “ຖະແຫຼງການ Gyeongju”, ສະຫຼຸບໝາກຜົນການປຶກສາຫາລືປີນີ້, ພ້ອມດ້ວຍເອກະສານ 2 ສະບັບສະເພາະກ່ຽວກັບ AI ແລະ ສິ່ງທ້າທາຍປະຊາກອນວິທະຍາ. ສິ້ນສຸດກອງປະຊຸມ, ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ມອບໂອນບົດບາດປະທານ APEC ໃຫ້ແກ່ທ່ານປະທານປະເທດ ຈີນ ສີຈີນຜິງ, ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມ APEC ໃນປີ 2026.
(ແຫຼ່ງຄັດຈາກ VOV)