ໃນວັນທີ 25 ກັນຍາ, ສັນຕະປາປາ Leo XIV ໄດ້ເດີນທາງໄປຢ້ຽມຢາມປະເທດ ຝລັ່ງ ເປັນເວລາ 4 ວັນ, ແຕ່ວັນທີ 25-28 ກັນຍາ, ໂດຍຈະໄປຢ້ຽມຢາມຢູ່ນະຄອນຫຼວງ ປາຣີ, ນະຄອນ Metz ແລະ ສະຖານທີ່ສັກສິດຂອງກາໂຕລິກ Lourdes.
ສັນຕະປາປາ Leo XIV (ພາບ: The Sun Malaysia. (ພາບ: ຊິນຮົວ/VNA)
ໃນການຢ້ຽມຢາມ ຝລັ່ງ, ສັນຕະປາປາ Leo XIV ຈະສືບຕໍ່ຊຸກຍູ້ການສ້າງບັນດາຫຼັກເກນສາກົນຕໍ່ກັບການພັດທະນາປັນຍາປະດິດ (AI), ພ້ອມກັນນັ້ນ ກໍ່ສະເໜີທັດສະນະກ່ຽວກັບອະນາຄົດຂອງ ເອີລົບ. ສັນຕະປາປາ Leo XIV ໄດ້ເປັນປະທານໃນພິທີອະທິຖານພາວະນາຢູ່ໂບດ Notre-Dame de Paris. ຄາດວ່າ ມີປະມານ 600.000 ຄົນໄດ້ຈົດທະບຽນເຂົ້າຮ່ວມ.
ການໄປຢ້ຽມຢາມ ຝລັ່ງ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດທີ່ ໜ້າສົນໃຈຄັ້ງທຳອິດຂອງ ສັນຕະປາປາ Leo XIV ຢູ່ ເອີລົບ.
(ແຫຼ່ງຄັດຈາກ VOV)