• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU).
ທ່ານ Peter Szijjarto ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮຸງກາຣີ (ພາບ: english.nv.ua)

ສະໂລວາກີ ແລະ ຮຸງກາຣີ ສືບຕໍ່ອອກສຽງຄັດຄ້ານການລົງໂທດທີ 18 ຂອງ ສະຫະພາບເອີລົບ (EU) ເລັ່ງໃສ່ ລັດເຊຍ, ຖືວ່າ ມາດຕະການນີ້ບໍ່ພຽງແຕ່ມີຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດເທົ່ານັ້ນ, ຫາກຍັງກໍ່ຜົນສະທ້ອນຕໍ່ພື້ນຖານເສດຖະກິດເອີລົບອີກດ້ວຍ. ການຄັດຄ້ານຂອງສອງປະເທດສະມາຊິກນີ້ກໍ່ເຮັດໃຫ້ EU ຕົກເຂົ້າສູ່ສະພາບການຫຍຸ້ງຍາກ ກ່ອນການຈັດຕັ້ງກອງປະຊຸມສຸດຍອດໃນທ້າຍເດືອນມິຖຸນາຈະມາເຖິງ.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 15 ມິຖຸນາ, ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU). ສະໂລວາກີ ຈະບໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມເລັ່ງໃສ່ແຫຼ່ງລາຍຮັບຂອງລັດເຊຍ, ຍົກເວັ້ນແຕ່ກໍ່ລະນີ ຄະນະກຳມະການເອີລົບ ສະໜອງ ວິທີການແກ້ໄຂຕົວຈິງ ຫຼືບັນດາຄວາມມານະພະຍາຍາມໃຫ້ປະເທດນີ້ ເພື່ອຊ່ວຍສະໂລວາກີ ຮັບມືກັບສະພາບການກໍ່ການຮ້າຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານພາຍຫຼັງຢຸດຕິແຫຼ່ງສະໜອງຈາກລັດເຊຍ ຢ່າງສິ້ນເຊິງ.

ໃນຂະນະນັ້ນ, ແລະກໍ່ໃນວັນທີ 15 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ຮຸງກາຣີ ກໍ່ຕຳໜິຕິຕຽນຢ່າງແຮງກ່ຽວກັບການລົງໂທດທີ 18 ເຊິ່ງສະຫະພາບ ເອີລົບ (EU) ສະເໜີເລັ່ງໃສ່ ລັດເຊຍ, ພ້ອມທັງກ່າວເຕືອນ, ມາດຕະການລົງໂທດນີ້ຈະບໍ່ພຽງແຕ່ເປັນການນາບຂູ່ຢ່າງແຮງຕໍ່ຂະແໜງພະລັງງານຂອງ ຮຸງກາຣີ ແລະ ສະໂລວີກີເທົ່ານັ້ນ ຫາກຍັງທຳລາຍພື້ນຖານເສດຖະກິດ ເອີລົບກາງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ໄກ່​ເກ່ຍ​​ການ​ປະ​ທະ​ກັນ​ກັນ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ອີີ​ຣານ

ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ໄກ່​ເກ່ຍ​​ການ​ປະ​ທະ​ກັນ​ກັນ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ອີີ​ຣານ

ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງອິດສະລາແອັນ ແລະ ອີຣານມຸ່ງໄປເຖິງຂໍ້ຕົກລົງ, ພ້ອມທັງຖືວ່າ ສອງປະເທດຢູ່ພາກຕາເວັນອອກກາງນີ້ ຈະບັນລຸໄດ້ສັນຕິພາບໂດຍໄວ.

Top