• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເໜີຝ່າຍ ອາເມລິກາ ຕີລາຄາຢ່າງພາວະວິໄສ, ດຸ່ນດ່ຽງກ່ຽວກັບການປົກປ້ອງສິດຊັບສິນທາງປັນຍາຢູ່ ຫວຽດນາມ

ຕອນບ່າຍວັນທີ 14 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງບັນດາເນື້ອໃນທີ່ໄດ້ເຕື້ອງເຖິງໃນບົດລາຍງານພິເສດ 301 ປີ 2026 ຂອງ ອາເມລິກາ ກ່ຽວກັບສິດຊັບສິນທາງປັນຍາ.
  ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)  

ຕາມ​ທ່ານ​​ແລ້ວ, ທັດ​ສະ​ນະ​ຂອງ ຫວຽດ​ນາມ ແມ່ນ​ເດັດ​ດ່ຽວ​ແກ້​ໄຂ​ທຸກ​ການ​ກະ​ທຳ​ທີ່ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ ແລະ ຈະ​ສືບ​ຕໍ່​ເພີ່​ມ​ທະ​ວີ​ວຽກ​ງານ​ປົກ​ປ້ອງ, ປະ​ຕິ​ບັດສິດ​ຊັບ​ສິນ​ທາງ​ປັນ​ຍາ. ລະ​ບົບ​ກົດ​ໝ​າຍທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ດັດ​ປັບ​ໃຫ້​ສົມ​ບູນ​ແບບ​ຢ່າງ​ຕໍ່​ເນື່ອງ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານກໍ່​ປະ​ກາດ​ໃຊ້​ເອ​ກະ​ສານ​ຊີ້​ນຳ, ບໍ​ລິ​ຫານ​ຫຼາຍ​ສະ​ບັບ ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີການປະຕິບັດສິດ​ຊັບ​ສິນ​ທາງ​ປັນ​ຍາ, ຕໍ່​ສູ້​ຕ້ານ​ການ​ຄ້າເຖື່ອນ, ສໍ້ໂກງທາງ​ການ​ຄ້າ, ສິ​ນ​ຄ້າ​ປອມ ແລະ ສິນ​ຄ້າ​ລະ​ເມີດສິດ​ຊັບ​ສິນ​ທາງ​ປັນ​ຍາ. ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ:

“ຫວຽດ​ນາມ ສະ​ເໜີ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ມີ​ການ​ຕີ​ລາ​ຄາ​ຢ່າງ​ພ​າ​ວະ​ວິ​ໄສ, ດຸ່ນ​ດ່ຽງ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນ​ຍາ. ຫວຽດ​ນາມ ພວມ​ຮ່ວມ​ມື​​ກັບ ອາ​ເມ​ລິ​ກາ ໃນ​ຂົງ​ເຂດນີ້ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ, ພ້ອມ​ແລ​້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ, ເຮັດ​ແຈ້ງ​ບັນ​ດາ​ນະ​ໂຍ​ບາຍ, ຂໍ້​ກຳ​ນົດ​ຂອງ​ ຫວຽດ​ນາມ ແລະ ຖື​ວ່າ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​ຕ່າງຢ່າງ​ສົມ​ເຫດ​ສົມ​ຜົນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ”.

ປີ 2025, ບັນ​ດາ​ກຳ​ລັງ​ເຈົ້າໜ້າ​ທີ່​ຂອງ ຫວຽດ​ນາມ ໄດ້​ແກ້​ໄຂ​ນັບ​ພັນ​ເຫດ​ການທີ່​ກ່ຽວ​ຂ້ອງ​ເຖິງສິດ​ຊັບ​ສິນ​ທາງ​ປັນ​ຍາ. ພ້ອມ​ກັນ​ນັ້​ນ, ມີກວ່າ 1.200 ເວັບ​ໄຊ​ແບ່ງ​ປັນ​ເນື້ອ​ໃນທີ່​ມີ​ສັນ​ຍານ​ລະ​ເມີດສິດ​​ຜູ້​ແຕ່ງ, ສິດທີ່​ກ່ຽວ​ຂ້ອງໄດ້​​ຖືກ​ສະ​ກັດ​ກັ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ

Top