ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ເພື່ອໃຫ້ກະສິກຳບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນເປັນໃຈກາງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (14 ຕຸລາ 1930 – 14 ຕຸລາ 2025), ຕອນບ່າຍວັນທີ 14 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະກັບຜູ້ຕາງໜ້າຊາວກະສິກອນ ຫວຽດນາມ ດີເດັ່ນ, ນັກວິທະຍາສາດຂອງຊາວກະສິກອນປີ 2025 ຈຳນວນ 95 ຄົນ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ເພື່ອໃຫ້ກະສິກຳບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນເປັນໃຈກາງ. ຊາວກະສິກອນແຕ່ລະຄົນຕ້ອງແມ່ນຜູ້ນຳໜ້າໃນແນວຮົບຄວາມໝັ້ນຄົງດ້ານສະບຽບອາຫານ; ແມ່ນນັກທຸລະກິດຂອງເຂດທົ່ງນາ; ເປັນເຈົ້າກຳລ້ຽງດູສີສັນວັດທະນະທຳ ຫວຽດນາມ ໃນກະແສຂອງການເຊື່ອມໂຍງ.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, ຕ້ອງນຳວິທະຍາສາດ - ເຕັກໂນໂລຊີເຂົ້າໃຈກາງຂອງການຜະລິດ. ວິສາຫະກິດ, ສະຫະກອນຮ່ວມເດີນທາງພ້ອມກັບຊາວກະສິກອນ ເພື່ອຫັນຂັ້ນຕອນເປັນມາດຕະຖານ, ມີຄຸນນະພາບ, ຕອບສະໜອງບັນດາມາດຕະຖານຂອງຕະຫຼາດຮຽກຮ້ອງຕ້ອງມີຄຸນນະພາບສູງ; ຫັນບັນດາຜະລິດຕະພັນກະສິກຳເປັນຫຼາຍຮູບຫຼາຍແບບ, ເປີດກວ້າງຕະຫຼາດກະສິກຳ ຫວຽດນາມ, ພັດທະນາກະສິກຳສີຂຽວ - ໝູນວຽນ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ ສະມາຄົມຊາວກະສິກອນປະກອບສ່ວນສ້າງຊົນນະບົດ ຫວຽດນາມ ສີວິໄລ, ມີວຽກເຮັດງານທຳແບບຍືນຍົງ, ມີສິ່ງແວດລ້ອມສະອາດ.
(ແຫຼ່ງຄັດຈາກ VOV)