• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ

ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ. (ພາບ:Doãn Tấn/TTXVN)

ຕອນບ່າຍວັນທີ 9 ກັນຍາ, ຢູ່ ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດຂັ້ນຊາດ ດ້ວຍຫົວຂໍ້ວ່າ: “ສະພາແຫ່ງຊາດ ຫວຽດນາມ  - 80 ປີແຫ່ງການສ້າງຕັ້ງ ແລະພັດທະນາ”. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ເປັນປະທານກອງປະຊຸມສຳມະນາ.

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ເນັ້ນຫນັກວ່າ:  80 ປີຜ່ານມາ, ສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ຕັດສິນຊີ້ຂາດບັນດາບັນຫາສຳຄັນຂອງປະເທດຊາດ. ໃນສະພາບການໃຫມ່ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່, ທ່ານປະທານສະພາແຫ່ງຊາດ ສະເຫນີການເຄື່ອນໄຫວຂອງສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃຫມ່ຢ່າງແຮງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງຊີວິດ, ຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດກ່າວວ່າ:

 “ເລື່ອງແລກປ່ຽນ, ປຶກສາຫາລື, ສະຫລຸບ, ຕີລາຄາພຶດຕິກຳຕົວຈິງການປ່ຽນໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃນ 80 ປີຜ່ານມາ, ກຳນົດບັນດາຜົນງານທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງ ແລະ ການສະເຫນີບັນດາມາດຕະການ ເພື່ອແນໃສ່ສືບຕໍ່ປ່ຽນແປງໃຫມ່ການຈັດຕັ້ງ, ຍົກສູງປະສິດທິຜົນ, ປະສິດທິພາບການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະໃຫມ່ ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ພາວະວິໄສ”

(ແຫຼ່ງຄັດຈາກ VOV)

ປັນ​ຍາ​ປະ​ດິດ-ຈຸດ​ພົ້ນ​ເດັ່ນ​ຂອງງານ​ຕະຫຼາດ​ນັດ ຈີນ-ອາ​ຊຽນ 2025

ປັນ​ຍາ​ປະ​ດິດ-ຈຸດ​ພົ້ນ​ເດັ່ນ​ຂອງງານ​ຕະຫຼາດ​ນັດ ຈີນ-ອາ​ຊຽນ 2025

ມາຮອດປະຈຸບັນ, ແຂວງ ກວາງຊີ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມມື AI ກັບ 8 ປະເທດ ອາຊຽນ, ລວມມີທັງ ຫວຽດນາມ.

Top