8 ສະຖານການກະທຳຜິດ, ລວມມີ: ການເຄື່ອນໄຫວເພື່ອໂຄ່ນລົ້ມອຳນາດການປົກຄອງປະຊາຊົນ; ທຳລາຍພື້ນຖານດ້ານວັດຖຸ - ເຕັກນິກຂອງປະເທດ ສສ.ຫວຽດນາມ...
ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 (ພາບ: quochoi.vn)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 25 ມິຖຸນາ, ສະພາແຫ່ງຊາດໃດ້ລົງຄະແນນສຽງຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ຄື: ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ; ກົດໝາຍວ່າດ້ວຍພາສີສົ່ງອອກ - ນຳເຂົ້າ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ສິນສ່ວນລວມ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ. ຫຼັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງຕັ້ງສະພາເລືອກຕັ້ງແຫ່ງຊາດ.
ໃນຕອນເຊົ້າວັນກ່ຽວກັບ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ, ໃນນັ້ນ, ຍົກເລີກໂທດປະຫານຊີວິດສຳລັບ 8 ສະຖານການກະທຳຜິດ, ໄປສູ່ຈຳຄຸກຕະຫຼອດຊີວິດສຳລັບຜູ້ຖືກຕັດສິນໂທດປະຫານຊີວິດກ່ຽວກັບບັນດາສະຖານການກະທຳຜິດນີ້ກ່ອນວັນທີ 01 ກໍລະກົດ.
8 ສະຖານການກະທຳຜິດ, ລວມມີ: ການເຄື່ອນໄຫວເພື່ອໂຄ່ນລົ້ມອຳນາດການປົກຄອງປະຊາຊົນ; ທຳລາຍພື້ນຖານດ້ານວັດຖຸ - ເຕັກນິກຂອງປະເທດ ສສ.ຫວຽດນາມ; ຜະລິດ, ຄ້າຂາຍສິນຄ້າປອມແມ່ນຢາປີ່ນປົວພະຍາດ, ປ້ອງກັນພະຍາດ; ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ (ມາດຕາ 250); ທຳລາຍສັນຕິພາບ, ກໍ່ສົງຄາມຮຸກຮານ; ເຄື່ອນໄຫວນັກສືບ; ສໍ້ໂກງຊັບສິນ; ຮັບສິນບົນ
ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍຫຼາຍສະບັບ, ເພື່ອປະກອບສ່ວນແກ້ໄຂຈຸດອຸດຕັນ, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງລົງທຶນພາກລັດໃຫ້ມີປະສິດທິຜົນ. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດ, ຄະນະນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:
“ເລື່ອງສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ານການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ 8 ສະບັບ ໄດ້ປະກອບສ່ວນແກ້ໄຂຂໍ້ຕິດຄັດ, ຊຸກຍູ້ການລົງທຶນພາກລັດ, ຮັບປະກັນຄວາມສະດວກໃນວຽກງານປະມູນ, ຄຸ້ມຄອງຊັບສິນສາທາລະນະ, ນຳໃຊ້ແຫຼ່ງເງິນລົງທຶນພາກລັດຢ່າງມີປະສິດທິຜົນ. ຜ່ານນັ້ນ, ກໍຍົກສູງປະສິດທິຜົນການຄຸ້ມຄອງ, ນຳໃຊ້ຊັບສິນສາທາລະນະ ແລະ ເນື້ອທີ່ດິນສາທາລະນະ, ບໍ່ປະໃຫ້ສືບຕໍ່ແມ່ນຈຸດອຸດຕັນໃນການພັດທະນາ”.
ຕາມແຜນການ, ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດເລືອກຕັ້ງປະທານສະພາເລືອກຕັ້ງແຫ່ງຊາດ ແລະ ປຶກສາຫາລື, ລົງຄະແນນສຽງຮັບຮອງເອົາບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບວຽກງານບຸກຄະລາກອນອື່ນຂຶ້ນກັບສິດອຳນາດ.