ທ່ານ António Guterres ຢືນຢັນວ່າ, ສະຫະປະຊາຊາດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບ
(ທ່ານເອກອັກຄະລັດຖະທະທູດ ດັ້ງຮ່ວາງຢາງ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres)
ວັນທີ 30 ມັງກອນ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ມີການເຮັດວຽກກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ສະຫະປະຊາຊາດ ໃນປີ 2025.
ເນື່ອງໃນໂອກາດວັນທຳອິດຂອງບຸນເຕັດປີມະເສັງ 2025, ທ່ານເລຂາທິການໃຫຍ່ António Guterres ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ປະຊາຊົນ ຫວຽດນາມ; ທ່ານສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ປະເທດ ຫວຽດນາມ ຄືນໃໝ່. ເມື່ອອວຍພອນບັນດາຜົນງານທີ່ໜ້າປະທັບໃຈໃນການພັດທະນາເສດຖະກິດ - ສັງຄົມທີ່ ຫວຽດນາມ ບັນລຸໄດ້ໃນປີ 2024, ທ່ານ António Guterres ຢືນຢັນວ່າ, ສະຫະປະຊາຊາດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບ, ມີບົດບາດ ແລະ ນັບມື້ນັບສວມບົດບາດສຳຄັນໃຫ້ແກ່ປະຊາຄົມສາກົນ.
ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢືນຢັນການສະໜັບສະໜູນບັນດາບຸລິມະສິດຂອງທ່ານເລຂາທິການໃຫຍ່ ສປຊ ໃນທຸກເສົາຄ້ຳປະຕິບັດງານຂອງສະຫະປະຊາຊາດໃນປີ 2025, ທ່ານເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ພ້ອມແລ້ວຈະປະກອບສ່ວນທີ່ນັບມື້ນັບມີປະສິດທິຜົນ, ແທດຈິງ, ເຂົ້າໃນວຽກງານລວມຂອງສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)