• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດການຈັດງານບຸນຍາມຕົ້ນລະດູບານໃໝ່ຢູ່ຫຼາຍທ້ອງຖິ່ນດຳເນີນໄປຢ່າງຟົດຟື້ນ

ນີ້ແມ່ນເຫດການກິລາທີ່ເປັນມູນເຊື້ອ ເຊິ່ງນະຄອນ ຟານທຽດ ຈັດຂຶ້ນປະຈຳປີ, ເຂັ້ມຂຸ້ນໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງປະຊາຊົນເຂດແຄມທະເລ.
ງານບຸນຊ່ວງເຮືອກະທຸ້ງຊົມເຊີຍລະດູບານໃໝ່ (ພາບ: TTXVN)

ຕອນບ່າຍວັນທີ 30 ມັງກອນ (ກົງກັບວັນທີ 2 ບຸນເຕັດປີສະເສັງ), ຢູ່ແມ່ນ້ຳ ກ່າຕີ, ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ ໄດ້ຈັດງານບຸນຊ່ວງເຮືອກະທຸ້ງຊົມເຊີຍລະດູບານໃໝ່. ນີ້ແມ່ນເຫດການກິລາທີ່ເປັນມູນເຊື້ອ ເຊິ່ງນະຄອນ ຟານທຽດ ຈັດຂຶ້ນປະຈຳປີ, ເຂັ້ມຂຸ້ນໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງປະຊາຊົນເຂດແຄມທະເລ. ປີນີ້, ງານບຸນໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 270 ຄົນ, ເຊິ່ງແມ່ນຊາວປະມົງດຳລົງຊີວິດດ້ວຍອາຊີບຫາປາ, ຢູ່ບັນດາບ້ານ, ຕາແສງຢູ່ນະຄອນ ຟານທຽດ.

ໃນວັນດຽວກັນ, ຢູ່ແຂວງ ເງະອານ, ຊາວປະມົງບ້ານ ກີນເຟືອງ (ເທດສະບານ ຮ່ວາງມາຍ) ໄດ້ຈັດງານບຸມຊ່ວງເຮືອທີ່ເປັນມູນເຊື້ອຢູ່ປາກທະເລ ແລກເກີນ. ເຫດການໄດ້ດຶງດູດປະຊາຊົນໃນບໍລິເວັນ ແລະ ແຂກທ່ອງທ່ຽວນັບພັນຄົນທີ່ມາຈາກທຸກສາລະທິດເຂົ້າຮ່ວມ, ໄປນະມັດສະການ, ລະດົມກຳລັງໃຈໃຫ້ບັນດາທິມເຂົ້າຮ່ວມການແຂ່ງຂັນ. ງານບຸນໄດ້ກາຍເປັນຈຸດຄວາມງາມທາງດ້ານວັດທະນະທຳແຫ່ງຈິດວິນຍານທີ່ມີມາແຕ່ດົນນານຂອງຊາວທ້ອງຖິ່ນ ທີ່ໄດ້ອະນຸລັກຮັກສາ, ຈັດຂຶ້ນປະຈຳປີຍາມຕົ້ນລະດູບານໃໝ່.

(ແຫຼ່ງຄັດຈາກ VOV)

ສປຊ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກນັບມື້ນັບປະກອບສ່ວນສຳຄັນໃຫ້ແກ່ປະຊາຄົມສາກົນ

ສປຊ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກນັບມື້ນັບປະກອບສ່ວນສຳຄັນໃຫ້ແກ່ປະຊາຄົມສາກົນ

ທ່ານ António Guterres ຢືນຢັນວ່າ, ສະຫະປະຊາຊາດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບ

Top