ສຈ.ປອ ຖ໋າຍກິມລານ ໃຫ້ຮູ້ວ່າ: ຕອນຍັງໜຸ່ມ, ເມື່ອໄປຮຽນ ຢູ່ ປະເທດ ເອີຣົບ, ທ່ານນາງ ມີຄວາມປາດຖະໜາ ຢ່າງແຮງກ້າ ຢູ່ ສະເໝີວ່າ ຈະຮຽນໃຫ້ດີ, ບໍ່ແມ່ນເພື່ອຊື່ສຽງ ພາລະກິດ ຫຼື ສິດ ອຳນາດສູງ ໃດໆ ແຕ່ພຽງເພື່ອສ້າງຄຸນປະໂຫຍດ ໃຫ້ແກ່ປະ ເທດຊາດເທົ່ານັ້ນ. ທ່ານນາງ ຖ໋າຍກິມລານ ໄດ້ໄປສຶກສາ ຢູ່ ປະ ເທດ ເຢຍລະມັນ ໃນປີ 1965, ຈາກນັ້ນໄດ້ສຳເລັດການປ້ອງ ກັນບົດວິທະຍານິພົນ ປະລິນຍາເອກ ກ່ຽວກັບປັດຊະຍາ ແລະ ໄດ້ດຳລົງຕຳແໜ່ງ ເປັນອາຈານ ສອນປັດຊະຍາ ປຽບທຽບ ຕາ ເວັນອອກ-ຕາເວັນຕົກ ຢູ່ມະຫາວິທະຍາໄລສັງລວມ Ludwig Maximilian ທີ່ນະຄອນ Munich ປະເທດ ເຢຍລະມັນ ເປັນເວ ລາ ກວ່າ 30 ປີ.
ເພາະສະນັ້ນ, ໃນເວລາຢູ່ຕ່າງປະເທດ, ທ່ານນາງໄດ້ ສຸມກຳລັງ ເຫື່ອແຮງ ເຂົ້າໃນການສຶກສາ ແລະ ໄດ້ກາຍເປັນ ສຈ ປັດຊະ ຍາ ຍິງ ຫວຽດນາມ ທີ່ໄດ້ຮັບການເຄົາລົບນັບຖື ໃນບ້ານເກີດ ເມືອງນອນ ຂອງ ບັນດານັກປັດຊະຍາ ທີ່ມີຊື່ສຽງລະດັບໂລກ ເຊັ່ນ: Immanuel Kant, Georg Wilhelm Friedrich Hegel, Ludwig Andreas Feuerbach... ທ່ານນາງ ຖ໋າຍກິມລານ ໄດ້ ໄຂຄວາມໃນໃຈອອກມາວ່າ: “ເມື່ອເບິ່ງຄືນຄວາມທະເຍີທະ ຍານ ແລະ ອຸດົມການນັ້ນ, ມັນເບິ່ງຄືວ່າ ເປັນຄວາມຝັນຂອງໄວ ໜຸ່ມ, ແຕ່ຄວາມຝັນນັ້ນຄື “ອາຫານ” ທີ່ບຳລຸງຈິດໃຈສຶກສາຫາ ຄວາມຮູ້, ການສ້າງຕົວ ແລະ ອຸທິດຕົນ ຂອງຂ້າພະເຈົ້າ”.
ສຈ. ປອ ຖ໋າຍກິມລານ ມີຊື່ເຕັມວ່າ ຖ໋າຍທິກິມລານ, ເກີດຢູ່ ໃນ ຄອບຄົວທີ່ມີຊື່ສຽງຂອງເມືອງເຫວ້. ໃນໄວເດັກ, ທ່ານນາງ ຍັງໄດ້ເຂົ້າຮຽນ ຢູ່ບັນດາໂຮງຮຽນທີ່ມີຊື່ສຽງ ໃນການສຶກສາບຸກຄະລິກກະພາບ ແລະ ຮີດຄອງປະເພນີຂອງເມືອງ ເຫວ້ ເຊັ່ນ: ກວັກຮອກ, ດົ່ງແຄ໋ງ, ດັ່ງນັ້ນລັກສະນະ ເຫ້ວ ໃນຕົວທ່ານນາງຍິ່ງມີ ຄວາມເລິກເຊິ່ງຂຶ້ນ. ບາງທີດ້້ວຍເຫດນັ້ນ ນັກຄົ້ນຄວ້າ ກ່ຽວກັບ ເຫ້ວ ຫງວຽນດັກຊວນ ເຄີຍໄດ້ໃຫ້ຄຳເຫັນວ່າ: “ຖ໋າຍກິມລານ ເປັນແບບຢ່າງທີ່ພົ້ນເດັ່ນ ຂອງແມ່ຍິງ ເຫວ້”. ສຳລັບນັກຮຽນຮູ້ ບ໋າວອີ ໄດ້ກ່າວວ່າ: “ຖ໋າຍກິມລານ ເປັນແບບຢ່າງ ຂອງ ແມ່ຍິງ ຍຸກໃໝ່, ໝາຍຄວາມວ່າ ຍັງຮັກສາໄວ້ໄດ້ ແບບແຜນດໍາລົງຊີ ວິດ ທີ່ເປັນລະບຽບຕາມປະເພນີ”.
ສຈ. ປອ ຖ໋າຍກິມລານ ເປັນໜຶ່ງໃນບັນດານັກປັນຍາຊົນ ຊາວ ຫວຽດນາມ ຢູ່ຕ່າງປະເທດ ຄົນທຳອິດທີ່ໄດ້ກັບຄືນປະເທດພາຍ ຫຼັງສິ້ນສຸດສົງຄາມບໍ່ດົນ. ທ່ານນາງ ໄດ້ກັບຄືນປະເທດ ເພື່ອ ສ້າງຕັ້ງສະມາຄົມມິດຕະພາບ ເຢຍລະມັນ - ຫວຽດນາມ ແລະ ຮຽກຮ້ອງການລົງທຶນຈາກ ເຢຍລະມັນ ຫຼັງຈາກ ການຂວ້ຳບາດ ຫວຽດນາມ ຖືກຍົກເລີກ. ນັບແຕ່ນັ້ນມາ, ທ່ານນາງ ໄດ້ກັບຄືນ ປະເທດ ຫຼາຍຄັ້ງ ເພື່ອປະຕິບັດຫຼາຍໂຄງການໃຫຍ່ ນ້ອຍທີ່ຕົວ ເອງຝັກໄຝ່.
ປີ 2001, ສຈ. ປອ ຖ໋າຍກິມລານ ໄດ້ກັບຄືນປະເທດ ຊ່ວຍ ໂຮງ ລະຄອນ ຕ່ວງ ດ່າວເຕິ໋ນ (ແຂວງ ບິ່ງດິ້ງ) ຟື້ນຟູ ແລະ ສະແດງ ຄືນໃໝ່ລາຍການຕ່ວງບູຮານ “ໂລ້ດິກ” ທີ່ຖືກຫຼົງລືມ ແຕ່ປີ 1975. ນີ້ແມ່ນບົດ ຕ່ວງ ກຼາດຊິກ, ເປັນຜົນງານທຳອິດໃນປະຫວັດສາດ ຕ່ວງບູຮານ ຫວຽດນາມ ທີ່ໄດ້ຮັບແຮງບັນດານໃຈ ຈາກ ຫົວຂໍ້ ວັນນະຄະດີ ຝຣັ່ງ ແລະ ຖືວ່າເປັນແບບຢ່າງ ຂອງ ການປະດິດແຕ່ງ ຜົນງານການສະແດງເທິງເວທີ ເອີຣົບ ເປັນ ຜົນງານປະດິດແຕ່ງສະແດງເທິງເວທີພື້ນເມືອງ ຫວຽດ. ໃນປີ 2002, ຈາກການປະສານງານ ຂອງ ສຈ.ປອ ຖ໋າຍກິມລານ, ໂຮງລະຄອນ ດ່າວເຕິ໋ນ ໄດ້ນຳລະຄອນນີ້ໄປສະແດງຢູ່ ປະເທດ ເຢຍລະມັນ ເປັນເວລາ 2 ອາທິດລຽນຕິດ ແລະ ໄດ້ສ້າງຊື່ສຽງ ຢູ່ໃນໝູ່ມະຫາຊົນ ເຢຍລະມັນ. ຍ້ອນການປະກອບສ່ວນດັ່ງ ກ່າວ, ໃນປີ 2005, ສຈ.ປອ ຖ໋າຍກິມລານ ໄດ້ຮັບລາງວັນ ດ່າວເຕິ໋ນ ຍ້ອນຜົນງານ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ວັດ ທະນະທຳຂອງຊາດ.
ໃນຖານະນັກວິທະຍາສາດ ທີ່ມີຄວາມຮູ້ກວ້າງຂວາງ ເລິກເຊິ່ງ ກ່ຽວກັບປັດຊະຍາ, ວັນນະຄະດີ ເຢຍລະມັນ ກໍຄື ເຊື່ອມຊຶມຈິດໃຈວັດທະນະທຳ ຫວຽດນາມ, ສຈ.ປອ ຖ໋າຍກິມລານ ໄດ້ແປຫຼາຍຜົນງານການປະດິດແຕ່ງດ້ານວັນນະຄະດີ ແລະ ປັດຊະ ຍາ ທີ່ມີຄຸນຄ່າຂອງ ເຢຍລະມັນ ເປັນພາສາ ຫວຽດນາມ ກໍຄື ຜົນງານການປະດິດແຕ່ງທີ່ມີຊື່ສຽງຂອງ ຫວຽດນາມ ເປັນພາສາ ເຢຍລະມັນ ເພື່ອເພີ່ມທະວີການແລກປ່ຽນ ວັດທະນະທຳ ລະ ຫວ່າງ ສອງປະເທດ.
ໃນຊຸມປີມໍ່ໆ ມານີ້, ສຈ.ປອ ຖ໋າຍກິມລານ ໄດ້ກັບຄືນ ເຫວ້ ເປັນ ປະຈໍາ ແລະ ໄດ້ໃຊ້ເວລາຫຼາຍຂຶ້ນ ໃນວຽກງານ ກ່ຽວກັບການສິດສອນ, ຄົ້ນຄວ້າ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນ ດາຄຸນຄ່າວັດທະນະທຳ ພື້ນເມືອງ ເຫວ້. ປັດຈຸບັນ, ທ່ານນາງ ພວມທໍາການສອນ ປະລິນຍາໂທ ວິຊາປັດຊະຍາ ຢູ່ສະຖາບັນ ສົງ ເຫວ້.
ເດືອນ ເມສາ ຜ່ານມາ, ພາຍຫຼັງການຝັກໄຝ່ ແລະ ກະກຽມ ມາ ເປັນເວລາຍາວນານ, ສຈ.ປອ ຖ໋າຍກິມລານ ໄດ້ເປີດຕົວ ຫໍພິພິ ທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນໍ້າ ເຮືອງ ຢູ່ ເຮືອນສວນ “ລານວຽນໂກ໋ຕິກ” ຂອງຕົນເອງ ຢູ່ເມືອງ ເຫ້ວ. ນີ້ແມ່ນຫໍພິພິທະພັນພິເສດ ທີ່ຖືກເກັບກຳ ແລະ ວາງສະແດງເຄື່ອງປັ້ນດິນເຜົາບູຮານເກືອບ 5.000 ສິ້ນ ທີ່ໄດ້ເກັບກູ້ຄືນມາຈາກແມ່ນ້ຳ ເຮືອງ - ບ້ານເກີດ ຂອງທ່ານນາງ. ໃນນັ້ນມີບັນດາວັດຖຸພັນອັນລ້ຳຄ່າ ມີກ່ອນສະໄໝ ຊາຮີ່ວນ, ໝາຍວ່າ ຫ່າງຈາກນີ້ ປະມານ 2.500 – 3.000 ປີ. ນີ້ກໍ່ແມ່ນຫໍພິພິທະພັນ ເອກະຊົນແຫ່ງທຳອິດ ແລະ ແຫ່ງດຽວຢູ່ ຫວຽດນາມ ພຽງແຕ່ວາງສະແດງບັນດາເຄື່ອງປັ້ນ ດິນເຜົາບູຮານ ທີ່ຊອກເຫັນຈາກແມ່ນ້ຳ ແຫ່ງໜຶ່ງ.
ເວົ້າເຖິງຄວາມມຸ່ງມາດປາດຖະໜາ ອັນແຮງກ້ານີ້, ສຈ.ປອ ຖ໋າຍກິມລານ ໃຫ້ຮູ້ວ່າ: ໃນເມື່ອກ່ອນ ທ່ານນາງ ມີຄວາມໄຝ່ຝັນ ຢາກສ້າງຕັ້ງມະຫາວິທະຍາໄລ ເອກະຊົນແຫ່ງໜຶ່ງ ແຕ່ບໍ່ປະສົບ ຜົນສຳເລັດ, ປັດຈຸບັນ ການສ້າງຕັ້ງຫໍພິພິທະພັນ ເອກະຊົນແຫ່ງ ນີ້ ກໍສາມາດຖືໄດ້ວ່າ ເປັນ “ໂຮງຮຽນປະຖົມ” ກ່ຽວກັບປະຫວັດ ສາດ ແລະ ວັດທະນະທໍາ ຫວຽດນາມ ເພື່ອເປັນບ່ອນ ຖ່າຍທອດ ອັນໃດອັນໜຶ່ງ ໃຫ້ຄົນຮຸ່ນຫຼັງ, ເພາະສະນັ້ນ ທ່ານ ນາງ ຈຶ່ງມີຄວາມຮູ້ສຶກພໍໃຈເປັນຢ່າງຍິ່ງ.
ອາດຍ້ອນຄວາມຮູ້ສຶກຮັກແພງ ແລະ ສະໜິດຕິດພັນກັບເມືອງເຫ້ວ ເປັນພິເສດ, ປັດຈຸບັນ “ລານວຽນ ໂກ໋ຕິກ” ບໍ່ພຽງແຕ່ແມ່ນຫໍພິພິທະພັນເທົ່ານັ້ນ, ແຕ່ຍັງແມ່ນຈຸດນັດໝາຍ ດ້ານວັດທະນະທຳ ເພື່ອໃຫ້ຜູ້ເປັນເຈົ້າຂອງ ໃຊ້ເປັນສະຖານທີ່ຕ້ອນຮັບ, ແບ່ງ ປັນເລື່ອງລາວທີ່ໜ້າສົນໃຈ ແລະ ຄວາມຄິດ ກ່ຽວກັບວັດທະ ນະທຳ ພື້ນເມືອງ ກັບ ບັນດາເພື່ອນມິດ ທີ່ມີຄວາມຮັກຕໍ່ ເຫວ້ ທີ່ມາຈາກທົ່ວທຸກຫົນແຫ່ງ.
ບົດ: ແທງຮ່ວາ - ພາບ: ກົງດາດ ແລະ ຂ້ໍມູນໂດຍ ຜູ້ກ່ຽວສະ ໜອງໃຫ້ - ແປໂດຍ: ບິກລຽນ