ພາບຊີວິດ

ສຈ. ປອ ຖ໋າຍກິມລານ

ພາຍຫຼັງ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ ເຢຍລະ​ມັນ ເປັນເວລາ ກວ່າ 50 ປີ, ທ່ານນາງ ສຈ.ປອ ​ຖ໋າຍກິມ​ລານ ​ໄດ້​ເລືອກ​ກັບ​ຄືນ​ບ້ານ​ເກີດ​ເມືອງ​&

ສຈ.ປອ ຖ໋າຍກິມລານ ໃຫ້ຮູ້ວ່າ: ຕອນຍັງໜຸ່ມ, ເມື່ອໄປຮຽນ ຢູ່ ປະເທດ ເອີຣົບ, ທ່ານນາງ ມີຄວາມປາດຖະໜາ ຢ່າງແຮງກ້າ ຢູ່ ສະເໝີວ່າ ຈະຮຽນໃຫ້ດີ, ບໍ່ແມ່ນເພື່ອຊື່ສຽງ ພາລະກິດ ຫຼື ສິດ ອຳນາດສູງ ໃດໆ ແຕ່ພຽງເພື່ອສ້າງຄຸນປະໂຫຍດ ໃຫ້ແກ່ປະ ເທດຊາດເທົ່ານັ້ນ. ທ່ານນາງ ຖ໋າຍກິມລານ ໄດ້ໄປສຶກສາ ຢູ່ ປະ ເທດ ເຢຍລະມັນ ໃນປີ 1965, ຈາກນັ້ນໄດ້ສຳເລັດການປ້ອງ ກັນບົດວິທະຍານິພົນ ປະລິນຍາເອກ ກ່ຽວກັບປັດຊະຍາ ແລະ ໄດ້ດຳລົງຕຳແໜ່ງ ເປັນອາຈານ ສອນປັດຊະຍາ ປຽບທຽບ ຕາ ເວັນອອກ-ຕາເວັນຕົກ ຢູ່ມະຫາວິທະຍາໄລສັງລວມ Ludwig Maximilian ທີ່ນະຄອນ Munich ປະເທດ ເຢຍລະມັນ ເປັນເວ ລາ ກວ່າ 30 ປີ.

ເພາະສະນັ້ນ, ໃນເວລາຢູ່ຕ່າງປະເທດ, ທ່ານນາງໄດ້ ສຸມກຳລັງ ເຫື່ອແຮງ ເຂົ້າໃນການສຶກສາ  ແລະ ໄດ້ກາຍເປັນ ສຈ ປັດຊະ ຍາ ຍິງ ຫວຽດນາມ ທີ່ໄດ້ຮັບການເຄົາລົບນັບຖື ໃນບ້ານເກີດ ເມືອງນອນ ຂອງ ບັນດານັກປັດຊະຍາ ທີ່ມີຊື່ສຽງລະດັບໂລກ ເຊັ່ນ: Immanuel Kant, Georg Wilhelm Friedrich Hegel, Ludwig Andreas Feuerbach... ທ່ານນາງ ຖ໋າຍກິມລານ ໄດ້ ໄຂຄວາມໃນໃຈອອກມາວ່າ: “ເມື່ອເບິ່ງຄືນຄວາມທະເຍີທະ ຍານ ແລະ ອຸດົມການນັ້ນ, ມັນເບິ່ງຄືວ່າ ເປັນຄວາມຝັນຂອງໄວ ໜຸ່ມ, ແຕ່ຄວາມຝັນນັ້ນຄື “ອາຫານ” ທີ່ບຳລຸງຈິດໃຈສຶກສາຫາ ຄວາມຮູ້, ການສ້າງຕົວ ແລະ ອຸທິດຕົນ ຂອງຂ້າພະເຈົ້າ

ສຈ. ປອ ຖ໋າຍກິມລານ ມີຊື່ເຕັມວ່າ ຖ໋າຍທິກິມລານ, ເກີດຢູ່ ໃນ ຄອບຄົວທີ່ມີຊື່ສຽງຂອງເມືອງເຫວ້. ​ໃນ​ໄວ​ເດັກ, ທ່ານນາງ ​ຍັງ​ໄດ້​ເຂົ້າ​ຮຽນ ຢູ່ບັນດາໂຮງຮຽນ​ທີ່​ມີ​ຊື່​ສຽງ ​ໃນ​ການ​ສຶກສາ​ບຸກຄະ​ລິກກະພາບ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ເມືອງ ເຫວ້ ​ເຊັ່ນ: ກວັກ​ຮອກ, ດົ່ງ​ແຄ໋ງ, ດັ່ງ​ນັ້ນ​ລັກສະນະ ​ເຫ້ວ ​ໃນຕົວທ່ານນາງຍິ່ງ​ມີ ຄວາມເລິກ​ເຊິ່ງຂຶ້ນ. ບາງ​ທີດ້້ວຍເຫດ​ນັ້ນ​ ​ນັກ​ຄົ້ນຄວ້າ ກ່ຽວກັບ ​ເຫ້ວ ຫງວຽນ​ດັກ​ຊວນ ​ເຄີຍໄດ້​ໃຫ້​ຄຳ​ເຫັນ​ວ່າ: “​ຖ໋າຍ​ກິມ​ລານ ​ເປັນແບບຢ່າງ​ທີ່​ພົ້ນເດັ່ນ ​ຂອງ​ແມ່ຍິງ​ ເຫວ້”. ສຳລັບນັກຮຽນຮູ້ ບ໋າວອີ ໄດ້ກ່າວວ່າ: “ຖ໋າຍກິມລານ ເປັນແບບຢ່າງ ຂອງ ແມ່ຍິງ ຍຸກໃໝ່, ໝາຍຄວາມວ່າ ຍັງຮັກສາໄວ້ໄດ້ ແບບແຜນດໍາລົງຊີ ວິດ ທີ່ເປັນລະບຽບຕາມປະເພນີ”. 

ສຈ.ປອ ຖ໋າຍກິມລານ - ເຈົ້າຂອງເຮືອນສວນ “ລານວຽກ ໂກ໋ ຕິກ” ແລະ ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານ ແມ່ນ້ຳ ເຮືອງ. ພາບ: ກົງດາດ/VNP
ພາຍຫຼັງ​ ການ​ສະ​ສົມ ​ແລະ ອະນຸລັກ​ຮັກສາ ເປັນເວລາຫຼາຍ​ປີ​​, ສຈ ຖ໋າຍກິມລານ ​ໄດ້​ເກັບ​ກຳ​ວັດຖຸ​ພັນ​ເຄື່ອງ​ປັ້ນດິນ​ເຜົາ ​ທີ່ມີຄ່າ​ຫາ​ຍາກ ​ເກືອບ 5.000 ​ສິ້ນ ທີ່​​ເກັບ​ຈາກ​ແມ່ນໍ້າ ເຮືອງ. ພາບ: ກົງດາດ/VNP
ພິທີ​ເປີດ ຫໍພິພິທະ​ພັນ ເຄື່ອງ​ປັ້ນດິນ​ເຜົາ​ບູຮານແມ່​ນ້ຳ ​ເຮືອງ ​ຢູ່​ເຮືອນ​ສວນ “​ລານ​ວຽນໂກ໋ຕິກ”. ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງໃຫ້
ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ຢ້ຽມຢາມ​ຫໍພິພິທະ​ພັນ ​ເຄື່ອງ​ປັ້ນດິນ​ເຜົາ​ບູຮານ ​ໂດຍ​ ສຈ ຖ໋າຍກິມ​ລານ ເປັນເຈົ້າຂອງ. ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງ ໃຫ້
ທ່ານ ຟານງອກເຖາະ (ເສື້ອຂາວ), ຮອງຄະນະກໍາມະການ ປະ ຈໍາ ພັກແຂວງ ເທື່ອທຽນ ເຫ້ວ ເຂົ້າຮ່ວມງານວາງ ສະແດງເຄື່ອງ ປັ້ນດິນເຜົາບູຮານ “ເລື່ອງລາວຂອງ ແມ່ນໍ້າ” ຂອງ ສຈ ຖ໋າຍກິມ ລານ ໃນງານມະໂຫລານ ເຫວ້ ລະດູຮ້ອນ 2022. ພາບ: ຂ້ໍມູນ ໂດຍຜູ້ກ່ຽວສະໜອງໃຫ້
ປອ ຟານແທງຫາຍ (ກາງ), ຜູ້ອຳນວຍການ ພະແນກ ວັດທະນະ ທຳ ແລະ ກິລາ ແຂວງ ເທື່ອທຽນເຫວ້, ຢ້ຽມຢາມ ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ ໂດຍ ສຈ ຖ໋າຍກິມລານ ເປັນເຈົ້າຂອງ. ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງໃຫ້
ສຈ ຖ໋າຍກິມລານ ໄດ້ຕ້ອນຮັບເພື່ອນມິດ ທີ່ມາຈາກອົງການ ການພັດທະນາສາກົນ ຂອງ ສ ອາເມລິກາ (USAID). ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງໃຫ້

ສຈ. ປອ ຖ໋າຍກິມລານ ເປັນໜຶ່ງໃນບັນດານັກປັນຍາຊົນ ຊາວ ຫວຽດນາມ ຢູ່ຕ່າງປະເທດ ຄົນທຳອິດທີ່ໄດ້ກັບຄືນປະເທດພາຍ ຫຼັງສິ້ນສຸດສົງຄາມບໍ່ດົນ. ທ່ານນາງ​ ໄດ້​ກັບຄືນປະເທດ ເພື່ອ ສ້າງຕັ້ງສະມາຄົມມິດ​ຕະ​ພາບ ​ເຢຍ​ລະ​ມັນ - ຫວຽດ​ນາມ ແລະ ຮຽກ​ຮ້ອງ​ການ​ລົງ​ທຶນ​ຈາກ ​ເຢຍ​ລະ​ມັນ ຫຼັງ​ຈາກ ການຂວ້ຳ​ບາດ ຫວຽດ​ນາມ ຖືກ​ຍົກ​ເລີກ. ນັບ​ແຕ່​ນັ້ນ​ມາ, ທ່ານນາງ ​​ໄດ້ກັບ​ຄືນ ປະເທດ ຫຼາຍ​ຄັ້ງ ເພື່ອປະຕິບັດຫຼາຍ​ໂຄງການໃຫຍ່ ນ້ອຍ​ທີ່ຕົວ ເອງຝັກໄຝ່. 

ປີ 2001, ສຈ. ປອ ຖ໋າຍກິມລານ ໄດ້ກັບຄືນປະເທດ ຊ່ວຍ ໂຮງ ລະຄອນ ຕ່ວງ ດ່າວເຕິ໋ນ (ແຂວງ ບິ່ງດິ້ງ) ຟື້ນຟູ ແລະ ສະແດງ ຄືນໃໝ່ລາຍການຕ່ວງບູຮານ “ໂລ້ດິກ” ທີ່ຖືກຫຼົງລືມ ແຕ່ປີ 1975. ນີ້ແມ່ນບົດ ຕ່ວງ ກຼາດຊິກ, ເປັນຜົນງານທຳອິດໃນ​ປະ​ຫວັດ​ສາດ ຕ່ວງບູຮານ ຫວຽດນາມ ​ທີ່ໄດ້​ຮັບແຮງບັນດານ​ໃຈ​ ຈາກ ​ຫົວ​ຂໍ້ ​ວັນ​ນະ​ຄະ​ດີ​ ຝຣັ່ງ ​ແລະ ​ຖື​ວ່າ​ເປັນ​ແບບ​ຢ່າງ​ ຂອງ ​ການ​ປະດິດແຕ່ງ ຜົນງານການສະແດງເທິງເວທີ ເອີຣົບ ເປັນ ຜົນງານປະດິດແຕ່ງສະແດງເທິງເວທີພື້ນເມືອງ ຫວຽດ. ໃນປີ 2002, ຈາກການປະສານງານ ຂອງ ສຈ.ປອ ຖ໋າຍກິມລານ, ໂຮງລະຄອນ ດ່າວເຕິ໋ນ ໄດ້ນຳລະຄອນນີ້ໄປສະແດງຢູ່ ປະເທດ ເຢຍລະມັນ ເປັນເວລາ 2 ອາທິດລຽນຕິດ ແລະ ໄດ້ສ້າງຊື່ສຽງ ຢູ່ໃນໝູ່ມະຫາຊົນ ເຢຍລະມັນ. ຍ້ອນການ​ປະກອບສ່ວນ​ດັ່ງ ກ່າວ, ​ໃນ​ປີ 2005, ສຈ.ປອ ຖ໋າຍກິມ​ລານ ​ໄດ້​ຮັບ​ລາງວັນ ​ດ່າວ​ເຕິ໋ນ ​ຍ້ອນຜົນງານ ອະນຸລັກຮັກສາ ແລະ ເສີມຂະຫຍາຍ​ ວັດ ທະນະທຳ​ຂອງຊາດ.

ສຈ ຖ໋າຍກິມລານ - ຜູ້ຍິງທີ່ມີບຸກຄະລິກ ແລະ ຈິດໃຈ ຂອງ ຊາວເມືອງ ເຫວ້. ພາບ: ກົງດາດ/VNP
ຫັນເປັນຕາເວັນຕົກ ເລັກນ້ອຍ ຂອງ ໝວກຂອບກວ້າງ ​ເຮັດໃຫ້​ເພີ່ມ​ຄວາມ​ງາມທີ່ເຕັມໄປດ້ວຍລັກສະນະ ເຫວ້​ ຂອງ​ ສຈ ຖ໋າຍ ກິມລານ. ພາບ: ກົງດາດ/VNP
ສຈ ຖ໋າຍກິມລານ ໄດ້ຈັດພິທີປັກຕົ້ນທຸງຫາງ ເນື່ອງໃນໂອກາດ ປີໃໝ່ ຕາມຮີດຄອງປະເພນີ ຂອງຊາວເມືອງ ເຫວ້ ຢູ່ເຮືອນສວນ “ລານວຽນໂກ໋ຕິກ”. ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງໃຫ້
ສຈ ຖ໋າຍກິມລານ ແລະ ໝູ່ເພື່ອນ ທ່ີມັກຮັກວັດທະນະທຳເຫວ້. ພາບ: ຂ້ໍມູນໂດຍຜູ້ກ່ຽວສະໜອງໃຫ້
ການພົບປະແລກປ່ຽນວັດທະນະທຳ, ແນະນຳຮີດຄອງປະເພນີ ຂອງຊາວເຫ້ວ ຢູ່ “ລານວຽນໂກ໋ຕິກ”. ພາບ: ຂ້ໍມູນໂດຍຜູ້ກ່ຽວ ສະໜອງໃຫ້
ສຈ ຖ໋າຍກິມລານ ແລກປ່ຽນເລື່ອງລາວຕ່າງໆ​ ກ່ຽວກັບວັດທະ ນະທຳ ທີ່ໜ້າສົນໃຈ ກັບເພື່ອນມິດຕ່າງປະເທດ. ພາບ: ຂ້ໍມູນ ໂດຍຜູ້ກ່ຽວສະໜອງໃຫ້
ຊາວເມືອງ ​ເຫວ້ ​ຮັບປະທານບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ​ຊາວ​ເຫ້ວ ​ໂດຍ​ ສຈ ຖ໋າຍກິມ​ລານ ເປັນຜູ້ປຸງແຕ່ງ ດວ້ຍຕົນເອງ ເພື່ອລ້ຽງແຂກ. ພາບ: ຂ້ໍມູນໂດຍຜູ້ກ່ຽວ ສະໜອງ ໃຫ້

ໃນ​ຖານະ​ນັກວິທະຍາສາດ​ ທີ່​ມີ​ຄວາມ​ຮູ້​ກວ້າງຂວາງ ເລິກເຊິ່ງ ​ກ່ຽວ​ກັບ​ປັດຊະຍາ, ວັນນະຄະດີ ​ເຢຍລະ​ມັນ ກໍຄື​ ເຊື່ອມຊຶມ​ຈິດ​ໃຈ​ວັດທະນະທຳ​ ຫວຽດນາມ, ສຈ.ປອ ຖ໋າຍກິມ​ລານ ​ໄດ້​ແປ​​ຫຼາຍຜົນງານການປະດິດແຕ່ງ​ດ້ານ​ວັນນະຄະດີ ​ແລະ ​ປັດຊະ ຍາ​ ທີ່ມີຄຸນຄ່າຂອງ​ ເຢຍລະ​ມັນ ​ເປັນ​ພາສາ​ ຫວຽດນາມ ກໍຄື ຜົນງານການປະດິດແຕ່ງທີ່ມີຊື່ສຽງຂອງ ຫວຽດນາມ ເປັນ​ພາສາ ​ເຢຍລະ​ມັນ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ ​ວັດທະນະທຳ ​ລະ ຫວ່າງ ​ສອງ​ປະ​ເທດ.

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ສຈ.ປອ ຖ໋າຍກິມ​ລານ ​ໄດ້​ກັບ​ຄືນ ​ເຫວ້​ ເປັນ ປະຈໍາ ​ແລະ ​ໄດ້​ໃຊ້​ເວລາ​ຫຼາຍຂຶ້ນ​ ໃນ​ວຽກ​ງານ ​ກ່ຽວ​ກັບ​ການ​ສິດສອນ, ຄົ້ນ​ຄວ້າ, ອະນຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນ ດາ​ຄຸນຄ່າ​ວັດທະນະທຳ​ ພື້ນ​ເມືອງ ​ເຫວ້. ປັດຈຸ​ບັນ, ທ່ານນາງ​ ພວມທໍາການສອນ ປະລິນຍາ​ໂທ​ ວິຊາ​ປັດຊະຍາ ​ຢູ່​ສະຖາບັນ ສົງ ​ເຫວ້.

ເດືອນ ເມສາ ຜ່ານມາ, ພາຍຫຼັງການຝັກໄຝ່ ແລະ ກະກຽມ ມາ ເປັນເວລາຍາວນານ, ສຈ.ປອ ຖ໋າຍກິມລານ ໄດ້ເປີດຕົວ ຫໍພິພິ ທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນໍ້າ ເຮືອງ ຢູ່ ເຮືອນສວນ “ລານວຽນໂກ໋ຕິກ” ຂອງຕົນເອງ ຢູ່ເມືອງ ເຫ້ວ. ນີ້​ແມ່ນ​ຫໍພິພິທະ​ພັນ​ພິ​ເສດ ​ທີ່ຖືກ​ເກັບ​ກຳ ​ແລະ ວາງສະ​ແດງ​ເຄື່ອງ​ປັ້ນດິນ​ເຜົາ​ບູຮານ​ເກືອບ 5.000 ສິ້ນ ​ທີ່​ໄດ້​ເກັບ​ກູ້​ຄືນ​ມາ​ຈາກ​ແມ່​ນ້ຳ ເຮືອງ - ບ້ານເກີດ ຂອງທ່ານນາງ. ​ໃນ​ນັ້ນ​ມີ​ບັນດາ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ ມີ​ກ່ອນ​ສະ​ໄໝ​ ຊາຮີ່ວນ, ໝາຍວ່າ ຫ່າງຈາກນີ້ ປະມານ  2.500 3.000 ປີ​. ນີ້​ກໍ່​ແມ່ນ​ຫໍພິພິທະ​ພັນ​ ເອກະ​ຊົນ​ແຫ່ງ​ທຳ​ອິດ ​ແລະ ​ແຫ່ງ​ດຽວ​ຢູ່ ຫວຽດນາມ ​ພຽງ​ແຕ່​ວາງສະ​ແດງ​ບັນດາ​ເຄື່ອງ​ປັ້ນ ດິນ​ເຜົາ​ບູຮານ ​ທີ່​ຊອກ​ເຫັນ​ຈາກ​ແມ່​ນ້ຳ ແຫ່ງໜຶ່ງ.

ເວົ້າເຖິງຄວາມມຸ່ງມາດປາດຖະໜາ ອັນແຮງກ້ານີ້, ສຈ.ປອ ຖ໋າຍກິມລານ ໃຫ້ຮູ້ວ່າ: ໃນເມື່ອກ່ອນ ທ່ານນາງ ມີຄວາມໄຝ່ຝັນ ຢາກສ້າງຕັ້ງມະຫາວິທະຍາໄລ ເອກະຊົນແຫ່ງໜຶ່ງ ແຕ່ບໍ່ປະສົບ ຜົນສຳເລັດ, ປັດຈຸບັນ ການສ້າງຕັ້ງຫໍພິພິທະພັນ ເອກະຊົນແຫ່ງ ນີ້ ກໍສາມາດຖືໄດ້ວ່າ ເປັນ “ໂຮງຮຽນປະຖົມ” ກ່ຽວກັບປະຫວັດ ສາດ ແລະ ວັດທະນະທໍາ  ຫວຽດນາມ ເພື່ອເປັນບ່ອນ ຖ່າຍທອດ ອັນໃດອັນໜຶ່ງ ໃຫ້ຄົນຮຸ່ນຫຼັງ, ເພາະສະນັ້ນ ທ່ານ ນາງ ຈຶ່ງມີຄວາມຮູ້ສຶກພໍໃຈເປັນຢ່າງຍິ່ງ.

ອາດ​ຍ້ອນ​ຄວາມ​ຮູ້ສຶກ​ຮັກ​ແພງ ແລະ ສະໜິດຕິດພັນກັບເມືອງ​ເຫ້ວ ເປັນພິເສດ, ປັດຈຸ​ບັນ “ລານວຽນ ໂກ໋ຕິກ” ບໍ່​ພຽງ​ແຕ່​ແມ່ນ​ຫໍພິພິທະ​ພັນ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນຈຸດນັດໝາຍ ດ້ານ​ວັດທະນະ​ທຳ ເພື່ອ​ໃຫ້ຜູ້ເປັນ​ເຈົ້າ​ຂອງ ໃຊ້​ເປັນ​ສະຖານ​ທີ່​ຕ້ອນຮັບ, ​ແບ່ງ ປັນເລື່ອງ​ລາວທີ່​ໜ້າ​ສົນ​ໃຈ ​ແລະ ຄວາມ​ຄິດ ​ກ່ຽວ​ກັບ​ວັດທະ ນະທຳ ​ພື້ນ​ເມືອງ ​ກັບ​ ບັນດາ​ເພື່ອນ​ມິດ ທີ່ມີຄວາມຮັກຕໍ່ ເຫວ້ ​ທີ່ມາຈາກທົ່ວທຸກຫົນແຫ່ງ.