• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ກະກຽມຢ່າງເຂັ້ມງວດ, ປະຊາທິປະໄຕ, ໂປ່ງໃສ

ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ.
ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມກ້າວເຂົ້າສູ່ມື້ທີ 4 ຂອງການເຮັດວຽກ. ທີກອງປະຊຸມໃຫຍ່, ວຽກງານການກະກຽມບຸກຄະລາກອນ ຄະນະບໍລິຫານງານສູນກາງໄດ້ດຳເນີນບົນຈິດ ໃຈ ເອົາຈິງເອົາຈັງ, ເຂັ້ມງວດ, ມີປະຊາທິປະໄຕ, ວິທະຍາສາດ ແລະ ໂປ່ງໃສ.

ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ ແລະ ເຂົ້າຮ່ວມເທື່ອທຳອິດ; ຜ່ານບົດລາຍງານ ແລະ ລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານສູນກາງ ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ພິຈາລະນາເລືອກເອົາຕາມຂໍ້ກຳນົດ. ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໜັກວ່າ:

 “ວຽກງານການກະກຽມ ບຸກຄະລາກອນ ຄະນະບໍລິຫານງານສູນກາງ ສະໄໝທີ XIV ໂດຍຄະນະບໍລິຫານງານສູນກາງ ສະໄໝທີ XIII, ອະນຸກຳມະການບຸກຄະລາກອນ ດຳເນີນຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ, ບັນດາຂໍ້ກຳນົດຂອງກົດໝາຍ; ມີຄວາມຄົບຊຸດ, ມີວິທະຍາສາດ, ມີແບບແຜນ, ເຂັ້ມງວດ, ປະຊາທິປະໄຕ, ພາວະວິໄສ, ໂປ່ງໃສ, ເສີມຂະຫຍາຍປະຊາທິປະໄຕ, ພູມປັນຍາ; ຮັບປະກັນຄວາມກົມກຽວ, ຄວາມເໝາະສົມລະຫວ່າງ ມາດຕະຖານ ແລະ ໂຄງປະກອບ; ລະຫວ່າງ ການສືບທອດ ແລະ ຄວາມເປັນປົກກະຕິ, ການປ່ຽນແປງໃໝ່ ແລະ ການພັດທະນາ; ລະຫວ່າງວິຊາສະເພາະບຳລຸງສ້າງ ແລະ ຄວາມສາມາດໂດດເດັ່ນ, ຄວາມສາມາດຕົວຈິງ; ລະຫວ່າງຄວາມເຊື່ອໝັ້ນ, ປະສົບການວຽກງານ ກັບທິດທາງການພັດທະນາ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ປະກາດຜົນ ແລະ ຮັບຮອງເອົາລາຍຊື່ຄະນະບໍລິຫານງານສູນກາງພັກ ຊຸດທີ XIV

Top