• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ມາ​ເລ​ເຊຍ ​ມີ​ການເຕີບ​ໂຕ​ເປັນ​ໜ້າ​ຊື່ນ​ຊົມ

ຈາກລະດັບ 8 ຕື້ USD ໃນປີ 2015 ເພີ່ມຂຶ້ນເປັນ 14,2 ຕື້ USD ໃນປີ 2024, ຜ່ານນັ້ນ ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 18 ຕື້ USD ສູງກວ່າການຄາດຄະເນ.
  ທ່ານ ເລຝູເກື່ອງ ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແນະນຳກ່ຽວກັບບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງ ຫວຽດນາມ (ພາບ: TTXVN)  

ໃນທົດສະວັດຜ່ານມາ, ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໄດ້ມີບາດກ້າວເຕີບໂຕຫຼາຍພໍສົມຄວນ, ຈາກລະດັບ 8 ຕື້ USD ໃນປີ 2015 ເພີ່ມຂຶ້ນເປັນ 14,2 ຕື້ USD ໃນປີ 2024, ຜ່ານນັ້ນ ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 18 ຕື້ USD ສູງກວ່າການຄາດຄະເນ. ການພົວພັນຍຸດທະສາດລະຫວ່າງສອງປະເທດໝັ້ນໝາຍຈະມີບາດກ້າວພັດທະນາແບບຍືນຍົງກວ່າໃນອະນາຄົດ.

ນີ້ແມ່ນຂໍ້ມູນໂດຍທ່ານ ເລຝູເກື່ອງ ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ມາເລເຊຍ ເຜີຍໃຫ້ຮູ້ໃນການຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ອນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແຕ່ວັນທີ 24 -  28 ພຶດສະພາ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

Top