• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ ເພື່ອ​ແນ​ໃສ່​ຫັນ​ຂໍ້​ກຳ​ນົດ​ຂອ​ງ​ລັດ​ຖະ​ທຳ​ມະ​ນູນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ເປັນ​ລະ​ບອບ​ລະ​ບຽບ​ການ

ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກກ່ຽວກັບການພັດທະນາເຮືອນຢູ່ສັງຄົມ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 24 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກກ່ຽວກັບການພັດທະນາເຮືອນຢູ່ສັງຄົມ. ໜຶ່ງໃນບັນດາເນື້ອໃນສຳຄັນຂອງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ຍື່ນສະເໜີຕໍ່ສະພາແຫ່ງຊາດຄັ້ງນີ້ ເຊິ່ງດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງນັ້ນແມ່ນ ເລື່ອງສະກັດກັ້ນການເຜີຍຄວາມລັບດ້ານຂໍ້ມູນສ່ວນຕົວ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.

ເລື່ອງສ້າງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຂໍ້ມູນສ່ວນຕົວ ເພື່ອແນໃສ່ຫັນຂໍ້ກຳນົດຂອງລັດຖະທຳມະນູນກ່ຽວກັບສິດທິມະນຸດ, ສິດພົນລະເຮືອນ, ສິດສ່ວນຕົວຂອງສ່ວນບຸກຄົນ, ຄວາມບໍ່ອາດລ່ວງລ້ຳດ້ານຮ່າງກາຍ, ເຮືອນຢູ່, ຈົດໝາຍ, ສິດຮັກສາຄວາມລັບສ່ວນຕົວ, ໃນນັ້ນ ມີຂໍ້ມູນກ່ຽວກັບຊີວິດສ່ວນຕົວ, ຄວາມລັບສ່ວນບຸກຄົນ, ຄວາມລັບຄອບຄົວໃຫ້ເປັນລະບອບລະບຽບການ.  ຮ່າງກົດໝາຍກໍເພື່ອແນໃສ່ຫັນບັນດານະໂຍບາຍ, ກົດໝາຍຂອງພັກ, ລັດ ກ່ຽວກັບສິດທິມະນຸດ, ສິດພົນລະເຮືອນ ເປັນລະອຽດ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

Top