• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ເສົາ​ຄ້ຳ​ໃໝ່, ຫຼັກ​ແຫຼ່​ງ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ຝ​ລັ່ງ

ທີ່​ການໂອ້ລົມ​ເຈ​ລະ​ຈາ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານ​ປະ​ເທດ ​ໂຕ​ເລິມ ສະ​ເໜີ​ສອງ​ຝ່າຍ​ເປີດກວ້າງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ໃນ​ນັ້ນ ​ມີ​ວິ​ທະ​ຍາ​ສາດ​ອາ​ວະ​ກາດ, ການຖ່າຍ​ທອດ​ຄວາມ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ.
  ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Emmanuel Macron ​ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ຝ​ລັ່ງ ​ດຳ​ເນີນ​ການໂອ້ລົມ​ເຈ​ລະ​ຈາ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 10 ກັນ​ຍາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ວັງ Élysée - ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ​ຢູ່​ນະ​ຄອນຫຼວງ ປາ​ຣີ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Emmanuel Macron ​ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ຝ​ລັ່ງ ໄດ້​ດຳ​ເນີນ​ການໂອ້ລົມ​ເຈ​ລະ​ຈາ.

ທີ່​ການໂອ້ລົມ​ເຈ​ລະ​ຈາ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານ​ປະ​ເທດ ​ໂຕ​ເລິມ ສະ​ເໜີ​ສອງ​ຝ່າຍ​ເປີດກວ້າງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ໃນ​ນັ້ນ ​ມີ​ວິ​ທະ​ຍາ​ສາດ​ອາ​ວະ​ກາດ, ການຖ່າຍ​ທອດ​ຄວາມ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ; ສະ​ເໜີ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ quantum ເທື່ອ​ລະ​ກ້າວ. ທ່ານ Emmanuel Macron ​ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ຝ​ລັ່ງ ປາດຖະໜາວ່່າ ສອງ​ປະ​ເທດ​ຈະ​ສ້າງ​ຫຼາຍໂຄງ​ການ​ໃຫຍ່, ໂຄງ​ການ​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ໂດຍ​ໄວ.

​ເມື່ອເ​ນັ້ນ​ໜັກ​ ເລື່ອງ ​ສອງ​ຝ່າຍຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ໃນ​ຂອບ​ເຂດ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA) ຢ່າງ​ມີ​ປະ​ສິດ​ທິຜົນ, ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ ຝ​ລັ່ງ ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົ​ງ​ທຶນ ຫວຽດ​ນາມ - EU (EVIPA) ໂດຍ​ໄວ, ພ້ອມ​ທັງ​ຊຸກ​ຍູ້​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ແກ້​ໄຂ​ບັດ​ເຫຼືອງ IUU ໂດຍ​ໄວ, ໜູນ​ຊ່ວຍ ຫວຽດ​ນາມ ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ ​ຝ​ລັ່ງ​ ຫັນ​ການ​ອອກວິ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ ເປັນ​ງ່າຍ​ດາຍ​ເພື່ອ​ເພີ່ມ​ທະ​ວີ​ການ​ທ່ອງ​ທ່ຽວ ແລະ ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ໃນ​ໂອ​ກາດ​ນີ້, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ແລະ ທ່ານ Emmanuel Macron ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເປັນ​ສັກ​ຂີ​ພິ​ຍານພິ​ທີ​ລົງ​ນາມ ແລະ ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຄວາມ​ໝັ້ນ​ຄົງ, ການ​ແພດ, ການ​ບິນ​ອາ​ວະ​ກາດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ບໍ່​ແຮ່​ທີ່ຈຳ​ເປັນ​ຍິ່ງ… ເຊິ່ງ​ເປັນ​ການ​ສະ​ແດງ​ ​ໃຫ້ຂອບ​ຂະ​ໜາດ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງມີ​ຊີ​ວິດ​ຊີ​ວາ

ແລະ​ກໍ່​ໃນ​ວັນ​ທີ 10 ກັນ​ຍາ (ຕ​າມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ນະ​ຄອນຫຼວງ ປາ​ຣີ, ຝ​ລັ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ, ເປີດ​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ "ສ້າງພື້ນ​ທີ່​ອາ​ວະ​ກາດ​ໃໝ່​ເພື່ອ​ໂລກ​ທີ່​ປ່ຽນ​ແປງ​ຢ່າງວ່ອງ​ໄວ” ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດ​ຍອດ​ສາ​ກົນ​ກ່ຽວ​ກັບ​ອາ​ວະ​ກາດ​ຢູ່​ ປາ​ຣີ. ທີ່ກອງ​ປະ​ຊຸມ, ທ່ານ​ ໂຕ​ເລິມ ຍົ​ກ​ໃຫ້​ເຫັນ 5 ຫຼັກ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານຫຼາຍ​ຝ່າຍ​ຕໍ່​ພື້ນ​ທີ່​ອາ​ວະ​ກາດ, ຮຽກ​ຮ້ອງ​ບໍ່​ນາບ​ຂູ່ ແລະ ນຳ​ໃຊ້​ອາ​ວຸດ, ຖື​ມະ​ນຸດ ແລະ ໂລກ​ເປັນ​ໃຈ​ກາງ, ພ້ອມ​ທັງ​ກຽມ​ພ້ອມ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ອາ​ວະ​ກາດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top