ກຳນົດທິດຂອງເຮືອງເຊີນແມ່ນພັດທະນາການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວເຂດຊຸມຊົນຕິດພັນກັບສິນພິເສດຂອງທ້ອງຖິ່ນ.
ເສັ້ນທາງນ້ຳທີ່ສວຍງາມແຫ່ງໜຶ່ງຢູ່ ເຮືອງເຊີນ (ພາບ: VOV)
ຕາແສງເຮືອງເຊີນ (ຮ່າໂນ້ຍ) ແມ່ນສະຖານທີ່ມີວັນບຸນວັດເຮືອງທີ່ມີຊື່ສຽງໃນທົ່ວປະເທດ, ພວມຄ່ອຍໆໄດ້ຮັບການກຳນົດຖານະຕຳແໜ່ງໃໝ່ໃນແຜນທີ່ທ່ອງທ່ຽວນະຄອນຫຼວງ, ມຸ່ງໄປເຖິງການກາຍເປັນສະຖານທີ່ທ່ອງທ່ຽວ 4 ລະດູບໍ່ພຽງແຕ່ຕ້ອນຮັບແຂກທ່ອງທ່ຽວຍາມປີດງານບຸນໃນປັດຈຸບັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເຈິ່ນດຶກຫາຍ, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງ ເຮືອງເຊີນ, ຢູ່ກອງປະຊຸມສຳຫຼວດກວດກາ, ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວວັດເຮືອງປີ 2026 ໄດ້ຈັດຂຶ້ນຫວ່າງແລ້ວນີ້ຢູ່ ຕາແສງເຮືອງເຊີນ. ລາຍການມີການເຂົ້າຮ່ວມຂອງພະແນກການທ່ອງທ່ຽວ ຮ່າໂນ້ຍ, ສະໂມສອນການທ່ອງທ່ຽວ UNESCO ຮ່າໂນ້ຍ, ບັນດາວິສາຫະກິດການທ່ອງທ່ຽວພ້ອມກັບອຳນາດການປົກຄອງທ້ອງຖິ່ນ.
ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ເຮືອງເຊີນຄວນຂຸດຄົ້ນທິວທັດທຳມະຊາດຕາມລະດູການ ແລະ ຕາມຫົວຂໍ້. ລະອຽດແມ່ນ, ລະດູໃບບານໃໝ່ ຕິດພັນກັບການທ່ອງທ່ຽວວັນບຸນ; ລະດູໃບໄມ້ຫຼົ່ນເມື່ອດອກບົວບານສະພັ່ງ ອາດສາມາດຍູ້ແຮງການທ່ອງທ່ຽວລົງຕົວຈິງ ແລະ ຖ່າຍຮູບ. ເຖິງຢ່າງໃດກໍຕາມ, ເພື່ອດຶງດູດແຂກທ່ອງທ່ຽວ ຕ້ອງສ້າງເລື່ອງລາວສະເພາະ, ສ້າງການລົງຕົວຈິງທີ່ມີລວງເລິກ ແລະ ບັນດາການບໍລິການໄປນຳ.
ກຳນົດທິດຂອງເຮືອງເຊີນແມ່ນພັດທະນາການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວເຂດຊຸມຊົນຕິດພັນກັບສິນພິເສດຂອງທ້ອງຖິ່ນ. ຖ້າຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ນີ້ແມ່ນບາດກ້າວບຸກທະລຸຊ່ວຍເຮືອງເຊີນກາຍເປັນສະຖານທີ່ທ່ອງທ່ຽວ 4 ລະດູ.
(ແຫຼ່ງຄັດຈາກ VOV)